ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 1 ກັນຍານີ້ວ່າ: ເກີດເຫດສຸດວິໄສ ແລະ ຕ້ອງຕົກຕະລຶງທັງຫ້ອງສຸກເສີນ ເມື່ອແພດຣັດເຊຍດຶງງູທີ່ມີຄວາມຍາວກວ່າ 1 ແມັດ ອອກຈາກປາກຂອງຍິງສາວຊາວຣັດເຊຍຄົນໜຶ່ງ, ຫຼັງງູໄດ້ເລືອເຂົ້າໄປໃນປາກຂອງລາວໃນຂະນະທີ່ກຳລັງນອນຫຼັບ.

ເລື່ອງລາວສຸດແປກປະຫຼາດຄັ້ງນີ້ເກີດຂຶ້ນທີ່ລັດດາເກສຖານ ຂອງປະເທດຣັດເຊຍ ຫຼັງຈາກທີ່ຍິງສາວຄົນໜຶ່ງມີອາການບໍ່ສະບາຍ ຈຶ່ງຮີບຟ້າວໄປກວດຢູ່ໂຮງໝໍ, ຫຼັງຈາກນັ້ນໝໍໄດ້ສອບຖາມເຖິງອາການ ແລະ ໄດ້ໃຊ້ເຄື່ອງກວດພົບວ່າມີສິ່ງທີ່ມີຊີວິດແປກປອມຢູ່ໃນຮ່າງກາຍຂອງລາວ ໂດຍທີມແພດໃນຫ້ອງສຸກເສີນໄດ້ຖ່າຍຄລິບ ແລະ ເຜີຍແຜ່ໃນສື່ອອນລາຍໃນຂະນະທີ່ແພດກຳລັງໃຊ້ທໍ່ຢາງດຶງງູທີ່ມີຄວາມຍາວເຖິງ 1,2 ແມັດອອກຈາກປາກຂອງຍິງສາວຄົນດັ່ງກ່າວ ໂດຍມີແພດອີກຄົນຊ່ວຍດຶງງູອອກທ່າມກາງສຽງຮ້ອງດ້ວຍຄວາມຕົກໃຈຂອງທີມແພດທີ່ຢູ່ໃນເຫດການ.

ຫຼັງຈາກດຶງງູອອກຈາກປາກສຳເລັດ ແພດໄດ້ຮີບເອົາງູໄປໃສ່ຖັງ ແຕ່ບໍ່ໄດ້ເປີດເຜີຍວ່າ ງູໂຕດັ່ງກ່າວຍັງມີຊີວິດຢູ່ ຫຼື ບໍ່? ແລະ ບໍ່ຮູ້ວ່າງູໂຕນີ້ໄດ້ເຂົ້າໄປຢູ່ໃນຮ່າງກາຍຂອງລາວດົນປານໃດແລ້ວ.

ທັງນີ້, ແພດໄດ້ສອບຖາມຍິງສາວຄົນດັ່ງກ່າວຈຶ່ງຮູ້ວ່າ: ລາວໄດ້ນອນຜັກຜ່ອນຢູ່ສວນຫຼັງເຮືອນຂອງລາວ ແລ້ວຫຼັບໄປດົນເຕີບ ເຊິ່ງຄາດວ່າງູໂຕນີ້ຈະເລືອເຂົ້າໄປໃນປາກແລ້ວມຸດເຂົ້າໃນຮູຄໍ ຂະນະທີ່ລາວກຳລັງນອນຫຼັບ ແຕ່ຍັງໂຊກດີທີ່ບໍ່ແມ່ນງູພິດ ຫາກບໍ່ດັ່ງນັ້ນອາດຖືກງູຕອດຕາຍໄປກໍເປັນໄດ້.
ຕົກຕະລຶງທັງຫ້ອງສຸກເສີນ ໝໍດຶງງູອອກຈາກຄໍຄົນເຈັບ
03 Sep 2020
Tags:
ງູ
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
11 Nov 2026
ຍີ່ປຸ່ນ-ຫວຽດນາມ ຈັບມືເຮັດຂໍ້ຕົກລົງ 10 ສະບັບ ຕັ້ງເປົ້າການຄ້າໃຫ້ໄດ້ 100 ຕື້ໂດລາ ພາຍໃນປີ 2030
11 Nov 2026
ເກີດເຫດລົດເມເສຍຫຼັກຕຳລົດ 32 ຄັນ ໃນ ສ.ເກົາຫຼີ ມີຜູ້ບາດເຈັບ 57 ຄົນ
10 Nov 2026
ຈີນເກີນດຸນການຄ້າສູງເກີນ 1 ພັນຕື້ໂດລາ ໄດ້ແຮງໜູນຈາກການລົງທຶນດ້ານ AI ທ່າມກາງຄວາມສ່ຽງຂັດແຍ່ງກັບຄູ່ຄ້າ
10 Nov 2026