ຮພກ ສືບຕໍ່ສ້າງ-ສົ່ງເສີມນັກກີລາຮຸ່ນສືບທອດ ເຂົ້າສູ່ລະບົບວິທະຍາສາດການກີລາ

88

ໂຮງຮຽນພອນສະຫວັນກີລາ-ກາຍຍະກໍາ ( ຮພກ ) ເຊິ່ງເປັນສະຖາບັນກີລາ-ກາຍະກຳ ກະຊວງສຶກສາທິການ ແລະ ກີລາ ໄດ້ເປີດສົກຮຽນໃໝ່ 2020-2021 ຂຶ້ນຢ່າງເປັນທາງການ ເມື່ອວັນທີ 31 ສິງຫາ ຜ່ານມາ ທີ່ ຮພກ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມເນັ້ນສ້າງ ແລະ ສົ່ງເສີມນັກກີລາຮຸ່ນສືບທອດ ເພື່ອກ້າວສູ່ທີມຊາດໃນອະນາຄົດ ຄຽງຄູ່ກັບການພັດທະນາເຂົ້າສູ່ລະບົບວິທະຍາສາດການກີລາ.

ທ່ານ ນາງ ສາຄອນ ພົງສະນິດ ຮັກສາການຮອງຜູ້ອໍານວຍການ ຮພກ ກ່າວໃນພິທີເປີດສົກຮຽນໃໝ່ວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການສຶກສາ ແລະ ກີລາ ຂອງລັດຖະບານ ໂດຍສະເພາະແມ່ນການພັດທະນາກີລາ-ກາຍຍະກຳ ແນໃສ່ເປັນບ່ອນສ້າງນັກກີລາທີ່ມີພອນສະຫວັນຕາມທິດຊີ້ນຳຂອງສະຖາບັນກີລາ-ກາຍຍະກໍາ ກະຊວງສຶກສາທິການ ແລະ ກີລາ ໃນການສ້າງນັກກີລາພອນສະຫວັນ ຮຸ່ນສືບທອດ ໃຫ້ມີຄວາມສາມາດ ແລະ ມີຄຸນນະທຳ ກາຍເປັນນັກກີລາທີມຊາດ, ເປັນນັກກີລາອາຊີບໃນອະນາຄົດ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບຂົງເຂດ, ພາກພື້ນ ແລະ ສາກົນ ຕາມແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ແຜນຍຸດທະສາດການພັດທະນາກີລາ-ກາຍຍະກຳ ສົ່ງເສີມນັກຮຽນທີ່ມີຄວາມສາມາດພິເສດທາງດ້ານກີລາ ເຂົ້າມາຝຶກແອບຢູ່ໃນລະບົບວິທະຍາສາດການກີລາແບບຕໍ່ເນື່ອງ ເພື່ອພັດທະນາສູ່ຄວາມເປັນເລີດດ້ານການເປັນນັກກີລາເຄິ່ງອາຊີບ ແລະ ກາຍເປັນອາຊີບ ພ້ອມທັງມີລະບຽບວິໄນ, ມີນໍ້າໃຈນັກກີລາ ແລະ ຄຸນສົມບັດຮອບດ້ານ.

“ ຕະຫຼອດໄລຍະການສ້າງຕັ້ງ ໂຮງຮຽນພອນສະຫວັນກີລາ-ກາຍະກຳ ມາແຕ່ ປີ 2013 ຈົນມາຮອດປີ 2016 ຮພກ ກໍສາມາດສ້າງນັກກີລາ ໃນຈຳນວນ 163 ຄົນ( ຍິງ 52 ຄົນ) ຕິດທິມຊາດທັງເຍົາວະຊົນ ແລະ ຊຸດໃຫຍ່ ຈຳນວນ 71 ຄົນ(ຍິງ 26 ຄົນ) ໄດ້ເຂົ້າຮ່ວມແຂ່ງຂັນພາຍໃນປະເທດທັງໝົດ 53 ຄັ້ງ ສາມາດຍາດມາໄດ້ 311 ຫຼຽນຄໍາ, 144 ຫຼຽນເງິນ ແລະ 184 ຫຼຽນທອງ. ສ່ວນຜົນງານອອກຕ່າງປະເທດໃນນາມສະຫະພັນ ແລະ ທີມຊາດ 48 ຄັ້ງສາມາດຍາດມາໄດ້ 8 ຫຼຽນຄຳ, 19 ຫຼຽນເງິນ ແລະ 29 ຫຼຽນທອງ; ສຳລັບສົກຮຽນໃໝ່ 2020-2021 ມີນັກຮຽນກີລາທັງໝົດ 131 ຄົນ ( ຍິງ 52 ຄົນ ) ” ,ທ່ານ ນາງ ສາຄອນ ພົງສະນິດ ກ່າວ.

ຂະນະທີ່ ທ່ານ ສິງຄໍາ ນາລິນ ຮັກສາການຜູ້ອໍານວຍການສະຖາບັນກີລາ-ກາຍຍະກໍາ ກໍໄດ້ເນັ້ນໜັກໃຫ້ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນກີລາ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ເຂົ້າໃນການຮຽນການສອນ ແລະ ການຝຶກແອບ-ຝຶກຊ້ອມ ເພື່ອກ້າວຂຶ້ນໄປທົດແທນນັກກີລາທີມຊາດ ໃນອະນາຄົດ ເພື່ອເຮັດແຜນການ ແລະ ເປົ້າໝາຍປີນີ້ ໃຫ້ບັນລຸຄາດໝາຍທີ່ຄາດຄະເນໄວ້.
ຂອບໃຈຮູບຈາກ: Sports Talent School ໂຮງຮຽນພອນສະຫວັນກິລາ-ກາຍະກຳ