
ນັກວິເຄາະຄາດການວ່າ ຫາກ ທ່ານ ໂຈ ໄບເດັນ ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ຈະສົ່ງຜົນດີຕໍ່ຕະຫຼາດອາຊີ ແລະ ອາດຈະຫຼຸດຄວາມເຄັ່ງຕຶງລະຫວ່າງ ອາເມຣິກາ ແລະ ຈີນລົງ ແລະ ອາດມີການປ່ຽນແປງນະໂຍບາຍການຕ່າງປະເທດທີ່ແຂງກະດ້າງຂອງລັດຖະບານສະຫະລັດ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັນ ທຣຳ ໃຫ້ຜ່ອນຄາຍລົງ ແລະ ເປັນມິດກັບນາໆປະເທດຫຼາຍຂຶ້ນ.
ທ່ານ Nader Naeimi ຫົວໜ້ານັກວິເຄາະຈາກສະຖາບັນ AMP Capital Investors ກ່າວວ່າ: ຖ້າຫາກວ່າ ໂຈ ໄບເດັນ ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ທີ່ຈະມີຂຶ້ນໃນວັນທີ 3 ພະຈິກຈະເຖິງນີ້ ອາດຈະເຮັດໃຫ້ສາຍພົວພັນລະຫວ່າງສະຫະລັດກັບຈີນ ຜ່ອນຄາຍ ຄວາມເຄັ່ງຕຶງລົງ ແລະ ຈະມີການປ່ຽນແປງຄັ້ງໃຫຍ່ໃນເວທີໂລກ.
ທັງນີ້, ລັດຖະບານສະຫະລັດພາຍໃຕ້ການນຳຂອງປະທານາທິບໍດີ ໂດນັນ ທຣຳ ມີນະໂຍບາຍການຕ່າງປະເທດທີ່ແຂງກະດ້າງ ໂດຍສະເພາະຕໍ່ກັບຈີນ ໂດຍສະຫະລັດໄດ້ເຮັດສົງຄາມການຄ້າກັບຈີນ ດ້ວຍການຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ. ນອກຈາກນີ້, ຍັງສັ່ງຫ້າມບໍລິສັດເຕັກໂນໂລຊີຂອງຈີນ ເຄື່ອນໄຫວໃນສະຫະລັດ ເປັນຕົ້ນແມ່ນບໍລິສັດຫົວເຫວີຍ, ແອັບພລິເຄຊັນ ຕິກຕ໊ອກ ແລະ ອີກຫຼາຍ ບໍລິສັດ ໂດຍອ້າງວ່າເພື່ອຄວາມໝັ້ນຄົງຂອງສະຫະລັດອາເມຣິກາ.