ແກງອ່ອມໝູ ຫອມກິ່ນ ແຊບນົວ

03 Sep 2020

ຄລິກແຊຣ໌ 0 Facebook WhatsApp

ມື້ນີ້ມີເມນູແຊບໆ ມາຝາກຜູ້ອ່ານໄປເຮັດກິນ ແຖມຍັງເປັນອາຫານເພື່ອສຸຂະພາບໄປໃນໂຕ ເພາະໃນແກງອ່ອມໝູຈະມີສ່ວນປະກອບຂອງຜັກຕ່າງໆ ເຊັ່ນ: ໝາກເຂືອ, ຜັກນາງຕູ່, ຜັກຊີ, ໝາກຖົ່ວຍາວ ແລະ ຜັກອື່ນໆ ພ້ອມໃສ່ນ້ຳປາແດກນົວໆ ພ້ອມແລ້ວເຮົາໄປເບິ່ງວັດຖຸດິບ ແລະ ສ່ວນປະກອບກັນເລີຍ.

ວັດຖຸດິບ: ສັນຄໍໝູ 300 ກຣາມ, ຜັກກາດຊອມ, ກະລໍ່າດອກ, ໝາກເຂືອ, ໝາກອຶ, ຜັກນາງຕູ່, ຜັກຊີ, ຫົວສີໄຄ, ໝາກຖົ່ວຍາວ, ຜັກຕຳນິນ, ຫອມບົວແດງແຫ້ງ, ໝາກເຜັດດິບ, ນ້ຳປາແດກ, ຜົງປຸງລົດ, ເຂົ້າຂົ້ວ ແລະ ນ້ຳດື່ມສະອາດ.

ຂັ້ນຕອນໃນການເຮັດ

1 ຄ້າງໝໍ້ໃສ່ນ້ຳສະອາດ ໃສ່ຫົວສີໄຄ, ຫອມບົວແດງແຫ້ງ ເພື່ອໄວ້ດັບກິ່ນຄາວ ຫຼັງຈາກນັ້ນໝໍ້ຟົດກໍໃສ່ໝູລົງໄປ.

2 ເມື່ອແກງຟົດດີແລ້ວໃສ່ ຜັກກາດຊອມ, ກະລໍ່າດອກ, ໝາກເຂືອ, ໝາກອຶ, ໝາກຖົ່ວຍາວ ຈົນທຸກຢ່າງເລີ່ມສຸກ ແລ້ວປຸງລົດຊາດດ້ວຍນ້ຳປາແດກ ຜົງປຸງລົດ ເຂົ້າຂົ້ວ ແລ້ວຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນດີ.

3 ໃສ່ຜັກນາງຕູ່ ຜັກຊີ ແລ້ວຊິມລົດຊາດ ກໍເປັນອັນຮຽບຮ້ອຍ ພ້ອມຕັກໃສ່ຖ້ວຍເສີບໄດ້ເລີຍ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ