ຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ຮຽນຮູ້ການນຳໃຊ້ໂປຣແກຣມບໍລິຫານທັນສະໄໝ

187

ກົມເຕັກໂນໂລຊີດິຈິຕອລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ ການຄຸ້ມຄອງບໍລິຫານຫ້ອງການແບບທັນສະໄໝ ” ໃຫ້ແກ່ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນໃນລະຫວ່າງວັນທີ 23 – 24 ສິງຫາ 2020 ທີ່ນະຄອນປາກເຊ ແຂວງຈໍາປາສັກ.

ການຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການນໍາໃຊ້ “ ລະບົບຄຸ້ມຄອງເອກະສານ ຂາເຂົ້າ – ຂາອອກ ( e – Document ) ລະບົບຄຸ້ມຄອງພະນັກງານ ( e – Personal ); ລະບົບຄຸ້ມຄອງຊັບສິນ ( e-Inventory )” ບັນດາຊັອຟແວຣ໌ດັ່ງກ່າວແມ່ນຜົນງານການຄົ້ນຄວ້າຂອງກົມເຕັກໂນໂລຊີດິຈິຕອລໃນໂຄງການຄົ້ນຄວ້າວິທະຍາສາດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເປັນການຍົກສູງປະສິດທິພາບຂອງການປະຕິບັດວຽກງານໃນດ້ານການຄຸ້ມຄອງບໍລິຫານຫ້ອງການແບບທັນສະໄໝ ລວມທັງມີຄວາມສະດວກ, ວ່ອງໄວ ແລະ ປະຢັດງົບປະມານ.

ນອກຈາກນັ້ນ, ກໍຍັງມີການທັດສະນະສຶກສາຢ້ຽມຊົມໂຮງງານ, ຫ້ອງທົດລອງ, ໂຮງອິ້ວ ແລະ ສວນກາເຟຂອງສະມາຊິກສະຫະກອນ; ຢ້ຽມຊົມຂະບວນການຜະລິດ ແລະ ວິທີການຊີມກາເຟຂອງສະຫະກອນອີກດ້ວຍ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອລ ແລະ ທ່ານ ໄຊຍະກອນ ອ່ອນນາລີ ຜູ້ຈັດການສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ພ້ອມດ້ວຍຜູ້ເຂົ້າຮ່ວມຝຶກ 10 ກວ່າທ່ານ.

( ຂໍ້ມູນ – ຮູບ: ກົມເຕັກໂນໂລຊີດິຈິຕອລ )