ລົງນາມປ້ອນຂໍ້ມູນພົນລະເມືອງ ເຂົ້າລະບົບຂ່າວສານຕະຫຼາດແຮງງານ

163

ກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ ແລະ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມມືການຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນພົນລະເມືອງລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ.
ພິທີເຊັນບົດບັນທຶກ ມີຂຶ້ນໃນວັນທີ 31 ສິງຫາ 2020 ທີ່ຫ້ອງປະຊຸມອົງການປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງແມ່ນເພື່ອເຮັດໃຫ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເປັນລະບົບເກັບກຳຂໍ້ມູນຄວາມຕ້ອງການ ແລະ ການສະໜອງແຮງງານ ເຊິ່ງຂໍ້ມູນຄວາມຕ້ອງການແຮງງານແມ່ນຂໍ້ມູນຕຳແໜ່ງງານວ່າງຂອງຫົວໜ່ວຍທຸລະກິດທີ່ມີການຢັ້ງຢືນຕົວຕົນຫົວໜ່ວຍທຸລະກິດທີ່ໄດ້ຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດກະຊວງອຸດສາຫະກຳ ແລະ ການຄ້າ.

ແຕ່ສຳລັບຂໍ້ມູນການສະໜອງທີ່ເກັບກຳຂໍ້ມູນຈາກຄົນວ່າງງານ, ນັກຮຽນ – ນັກສຶກສາຈົບໃໝ່, ຜູ້ຊອກຫາວຽກເຮັດງານທຳ, ຜູ້ຕ້ອງການປ່ຽນວຽກ ເຊິ່ງການລົງທະບຽນໃນລະບົບນີ້ລ້ວນແລ້ວແຕ່ແມ່ນຄົນລາວທີ່ມາລົງທະບຽນເພື່ອຕ້ອງການວຽກເຮັດງານທຳ. ການລົງທະບຽນໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຜ່ານມານຳໃຊ້ເບີໂທລະສັບເປັນຂໍ້ມູນຫຼັກໃນການຢັ້ງຢືນການນຳໃຊ້ຂອງບຸກຄົນ ແຕ່ຍັງບໍ່ທັນສອດຄ່ອງຕາມຫຼັກການຂອງສາກົນ, ພ້ອມທັງລົງທະບຽນເປັນລະຫັດປະຈຳຕົວບຸກຄົນ ແມ່ນເຫັນວ່າມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງຕໍ່ກັບລະບົບຂໍ້ມູນຂ່າວສານຕະຫຼາດແຮງ ງານ ເພື່ອໃຫ້ໄດ້ຂໍ້ມູນຜູ້ທີ່ມາລົງທະບຽນໃນລະບົບດັ່ງກ່າວມີຄວາມຖືກຕ້ອງ ແລະ ຊັດເຈນຍິ່ງຂຶ້ນ.