ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ອະນຸມັດແລ້ວເກືອບ 40 ຕື້ກີບ

314

ການສະໜອງສິນເຊື່ອໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( ຈວນກ ) ບ້ວງເງິນ 100 ຕື້ກີບ ງວດທີ 1 ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ປັດຈຸບັນອະນຸມັດໄດ້ແລ້ວ 29 ສັນຍາ ເປັນເງິນເກືອບ 40 ຕື້ກີບ.

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ຮອດວັນທີ 27 ສິງຫາ 2020 4 ທະນາຄານທີ່ໄດ້ຮັບສິດໃນການປ່ອຍກູ້ມີ ທະນາຄານ ພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານ ມາຣູຮານ ເຈແປນລາວ, ສາມາດອະນຸມັດເງິນກູ້ໃຫ້ ຈວນກ ໄດ້ 29 ສັນຍາ, 23 ຫົວໜ່ວຍ ທີ່ນອນໃນຂະແໜງກະສິກໍາ 24 ສັນຍາ, ທ່ອງທ່ຽວ 2 ສັນຍາ, ອຸດສາຫະກໍາປຸງແຕ່ງກະສິກຳ 2 ສັນຍາ ແລະ ຂະແໜງຫັດຖະກໍາ 1 ສັນຍາ ທີ່ມາຈາກນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ, ຄໍາມ່ວນ, ສາລະວັນ, ອຸດົມໄຊ, ວຽງຈັນ, ຊຽງຂວາງ ແລະ ຫຼວງພະບາງ ເປັນຈໍານວນເງິນທັງໝົດ 39,45 ຕື້ກີບ.


ເຖິງຢ່າງໃດກໍຕາມ, ຍັງມີຜູ້ປະກອບກິດຈະການທີ່ບໍ່ສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍ 3% ຕໍ່ປີນີ້ໄດ້, ເນື່ອງຈາກວ່າສ່ວນຫຼາຍແມ່ນຍ້ອນບໍ່ມີແຜນທຸລະກິດທີ່ຈະແຈ້ງ ( ບໍ່ມີແຜນການລະອຽດວ່າຈະເຮັດແທ້ທຳຈິງ ), ບໍ່ມີແຜນການສຳຮອງໃນການຊຳລະເງິນກູ້, ບໍ່ມີແຫຼ່ງລາຍຮັບພຽງພໍໃນການຊຳລະໜີ້, ມີການຜະລິດແຕ່ບໍ່ມີຕະຫຼາດຮອງຮັບ, ລູກຄ້າມີປະຫວັດໜີ້ເສຍນຳທະນາຄານ ຫຼື ສະຖາບັນການເງິນອື່ນ ເຮັດໃຫ້ທະນາຄານບໍ່ສາມາດພິຈາລະນາໄດ້. ໂດຍລວມສະເພາະເງື່ອນໄຂຂອງທະນາຄານດັ່ງທີ່ກ່າວມາກໍເປັນບັນຫາແລ້ວພັດຍັງມາເພີ່ມໃສ່ເງື່ອນໄຂທີ່ກຳນົດໃນດຳລັດ 299/ລບ ອີກ ເຊັ່ນ: ການຝຶກອົບຮົມ ແລະ ການຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ ”.

ໂດຍເຫັນໄດ້ຄວາມຫຍຸ້ງຍາກຂອງ ຈວນກ ສະພາບໍລິຫານ ທສວ ຈຶ່ງໄດ້ມີການໂຍະຍານເງື່ອນໄຂການຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ ໂດຍອະນຸຍາດໃຫ້ບັນດາທະນາຄານທຸລະກິດອະນຸມັດສິນເຊື່ອໃຫ້ ຈວນກ ທີ່ຍັງຄາແຕ່ການຖືບັນຊີ ໂດຍໃຫ້ ທະນາຄານທຸລະກິດ ເຮັດສັນຍາກັບ ຈວນກ ໃຫ້ເຂົ້າລະບົບພາຍໃນເວລາ 1 ປີ ພາຍຫຼັງໄດ້ຮັບອະນຸມັດປ່ອຍກູ້, ຖ້າ ຈວນກ ໃດບໍ່ສາມາດປະຕິບັດໄດ້ ທະນາຄານຕ້ອງໂຈະສັນຍາເງິນກູ້ບ້ວງອັດຕາດອກເບ້ຍ 3% ທັນທີ ແລ້ວຫັນໄປໃຊ້ບ້ວງເງິນອັດຕາດອກເບ້ຍປົກກະຕິຂອງທະນາຄານ, ຈາກນັ້ນມາທະນາຄານຈຶ່ງສາມາດອະນຸມັດເງິນກູ້ໄດ້ຫຼາຍຂຶ້ນ ແລະ ຄາດວ່າບ້ວງເງິນ 100 ຕື້ກີບ ງວດທໍາອິດຈະສາມາດປ່ອຍກູ້ໄດ້ໝົດພາຍໃນເດືອນກັນຍາ 2020 ນີ້.

( ຂໍ້ມູນ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ )