ແຂວງຄຳມ່ວນ ເກັບລາຍຮັບບໍ່ໄດ້ຕາມແຜນ

142

ຫົວໜ້າພະແນກການເງິນແຂວງຄຳມ່ວນ ເປີດເຜີຍວ່າ: ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານໃນໄລຍະ 8 ເດືອນ 2020 ປະຕິບັດໄດ້ 387,9 ຕື້ກີບ ເທົ່າກັບ 57,49%. ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ໄປຕາມແຜນມີຫຼາຍປັດໄຈ ລວມໄປເຖິງການລະບາດຂອງພະຍາດໂຄວິດ – 19.

ທ່ານ ບຸນເລັ່ງ ກຸນອາວົງ ຫົວໜ້າພະແນກການເງິນແຂວງຄຳມ່ວນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເງິນຂອງແຂວງໃນໄລຍະ 8 ເດືອນປີ 2020 ຕໍ່ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງອ້ອມຂ້າງກະຊວງທີ່ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບຢູ່ແຂວງຄຳມ່ວນ, ມີບັນດາຂະແໜງການຕ່າງໆອ້ອມຂ້າງພະແນກ ແລະ ຫ້ອງການ – ການເງິນເມືອງໃນທົ່ວແຂວງເຂົ້າຮ່ວມເມື່ອວັນທີ 27 ສິງຫາຜ່ານມານີ້.

ເວົ້າສະເພາະໃນປີ 2020 ແຂວງຄຳມ່ວນ ໄດ້ຮັບການມອບໝາຍຈັດເກັບລາຍຮັບງົບປະມານທັງໝົດ 674,8 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ 8 ເດືອນ ປະຕິບັດໄດ້ 387,9 ຕື້ກີບ ເທົ່າກັບ 57,49%. ໃນນັ້ນ, ລາຍຮັບຂອງສູນກາງມີ 416,8 ຕື້ກີບ ປະຕິບັດໄດ້ 247,06 ຕື້ກີບ ເທົ່າກັບ 59,26%; ລາຍຮັບຂອງ ແຂວງ 257,9 ຕື້ກີບ ປະຕິບັດໄດ້ 140,9 ຕື້ກີບ ເທົ່າກັບ 54,63%.
ສ່ວນແຜນການຄາດຄະເນເກັບລາຍຮັບໝົດປີ 2020 ທັງໝົດປະມານ 633,5 ຕື້ກີບ ຫຼື ເທົ່າກັບ 93,89% ຂອງແຜນການປີ. ໃນນັ້ນ, ລາຍຮັບຂອງສູນກາງ 375,6 ຕື້ກີບ ເທົ່າກັບ 90,11% ແລະ ລາຍຮັບຂອງແຂວງ 257,9 ຕື້ກີບ ເທົ່າກັບ 100%.

ສຳລັບການຈັດເກັບລາຍຮັບໃນໄລຍະ 8 ເດືອນຕົ້ນປີ 2020 ທີ່ບໍ່ໄປຕາມແຜນການຄາດຄະເນແມ່ນຍ້ອນສິນຄ້າສ່ວນຫຼາຍໄດ້ຮັບການຫຼຸດຜ່ອນອັດຕາພາສີ ຫຼື ຖືກຍົກເວັ້ນຕາມຂອບຂອງສິນຄ້າອາຊຽນ ແລະ ຂອບຕ່າງໆທີ່ ສປປ ລາວ ເປັນພາຄີ; ອີກຈຳນວນໜຶ່ງແມ່ນຕິດພັນກັບນະໂຍບາຍທາງດ້ານພາສີ – ອາກອນຕາມກົດໝາຍສົ່ງເສີມການລົງທຶນ; ການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ສົ່ງຜົນກະທົບ ໂດຍລວມທາງດ້ານເສດຖະກິດ, ການສົ່ງອອກ, ການນຳເຂົ້າສິນຄ້າ, ລາຍຮັບຈາກຄ່າທຳນຽມພາຫະນະ ແລະ ຜູ້ໂດຍສານຫຼຸດລົງ ເຊິ່ງທັງໝົດນີ້ແມ່ນບັນຫາຄວາມຫຍຸ້ງຍາກຕໍ່ການຈັດເກັບລາຍຮັບໃນປີ 2020.

ໂອກາດດຽວກັນ, ທ່ານຮອງລັດຖະມົນຕີກະຊວງການເງິນ ກໍໄດ້ມີທິດຊີ້ນຳເພື່ອເປັນບ່ອນອີງເຮັດໃຫ້ການເກັບລາຍຮັບມີ ຄວາມສະດວກ ພ້ອມທັງສະເໜີໃຫ້ຂະແໜງການເງິນແຂວງໃຫ້ເພີ່ມທະວີໃນການຕິດຕາມ, ຊຸກຍູ້, ແນະນຳ ແລະ ເຜີຍແຜ່ບັນດານິຕິກຳທີ່ເປັນເຄື່ອງມືໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ໃຫ້ຮັບຮູ້ ແລະ ເຂົ້າໃຈໄປໃນລວງດຽວກັນ; ສືບຕໍ່ຊອກຫາແຫຼ່ງລາຍຮັບບົ່ມຊ້ອນ ເພື່ອເປັນຖານຂໍ້ມູນໃນການສ້າງແຜນການຈັດເກັບລາຍຮັບ ພ້ອມທັງສືບຕໍ່ບຸກບືນການຈັດເກັບລາຍຮັບໃນໄລຍະ 4 ເດືອນທ້າຍປີ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
( ເນື້ອໃນ – ຮູບ: ອາພັດສະລາ )