6 ເດືອນຕົ້ນປີ ສະຫວັນນະເຂດ ມີມູນຄ່າການຄ້າ 9 ພັນຕື້ກວ່າກີບ

206

ການນໍາເຂົ້າ ແລະ ສົ່ງອອກສິນຄ້າໃນໄລຍະ 6 ເດືອນ ຕົ້ນປີ ຂອງແຂວງສະຫວັນນະເຂດ ບັນລຸເຖິງ 1.035 ລ້ານໂດລາສະຫະລັດ ຫຼື ປະມານ 9.248 ຕື້ກີບ ເຊິ່ງໝົດປີນີ້ແມ່ນຈະຕ້ອງສູ້ຊົນໃຫ້ບັນລຸເຖິງ 93,25% ຂອງແຜນການ.
ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ເປີດເຜີຍວ່າ: ໃນ 6 ເດືອນ ຕົ້ນປີ 2020 ມູນຄ່າຂອງການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ທັງໝົດ 1.035ລ້ານໂດລາສະຫະລັດ ປະມານ 9.248,75 ຕື້ກີບ ປະຕິບັດໄດ້ 38,64% ຂອງແຜນການປີເທົ່າກັບ 75,37% ຂອງແຜນການ 6 ເດືອນຕົ້ນປີ, ໃນນີ້ມູນຄ່າການສົ່ງອອກສິນຄ້າທັງໝົດ 590.068.535 ໂດລາ ປະມານ 5.286,03 ຕື້ກີບ ປະຕິບັດໄດ້ 37,79% ຂອງແຜນການປີ ໄດ້ 74,35% ຂອງແຜນການ 6 ເດືອນ ທຽບໃສ່ໄລຍະດຽວຂອງ ປີທີ່ຜ່ານມາ ຫຼຸດລົງ 122.106;100 ໂດລາ ປະມານ 17,15%.

ແຕ່ກໍມີຫຼາຍສາເຫດທີ່ເຮັດໃຫ້ຈັງຫວະການຂະຫຍາຍຕົວດ້ານການຄ້າຫຼຸດລົງອັນຫຼັກໆກໍຍ້ອນວ່າ: ໃນໝວດສິນຄ້າອຸດສາຫະກໍາບໍ່ສາມາດສົ່ງອອກເປັນປົກກະຕິ ເປັນຕົ້ນແມ່ນຜະລິດຕະພັນທີ່ນອນໃນເຂດເສດຖະກິດພິເສດ ເປັນເຄື່ອງເອເລັກໂຕຣນິກ, ເລນແວ່ນຕາ, ຜະລິດຕະພັນຢາສູບ, ແຜ່ນທອງແດງ ມີມູນຄ່າຫຼຸດລົງ ເມື່ອທຽບກັບຕົວເລກໃນໄລຍະທີ່ຜ່ານມາ ໄດ້ເຮັດໃຫ້ການສົ່ງອອກແຜ່ນທອງແດງ ປະຕິບັດໄດ້ 152.192.430 ໂດລາ ປະມານ 25,79%; ເຫຍື່ອເຈ້ຍໄດ້ 136.189.640 ໂດລາ ປະມານ 23,08%; ກ້ອງ – ຊິ້ນສ່ວນກ້ອງ 56.321.027 ໂດລາ ປະມານ 9,54%; ອຸປະກອນເອເລັກໂຕຣນິກ 26.994.773 ໂດລາ ເທົ່າກັບ 4,57%; ນໍ້າຕານ 24.635.423 ໂດລາ ເທົ່າກັບ 4,18%; ຢາງພາລາ 14.697.056 ໂດລາ ເທົ່າກັບ 2,49%.

ສ່ວນມູນຄ່າການນໍາເຂົ້າສິນຄ້າກໍມີລັກສະນະຫຼຸດ ລົງ, ທັງນີ້ກໍຍ້ອນປັດໄຈທີ່ວ່າ: ການນໍາເຂົ້າເພື່ອມາຜະລິດພາຍໃນເຂດເສດຖະກິດພິເສດແມ່ນຫຼຸດລົງ ເປັນຕົ້ນສິນຄ້າໃນໝວດເອເລັກໂຕຣ ນິກ ເພື່ອມາປຸງແຕ່ງສົ່ງອອກຄືນ, ເຄື່ອງຈັກຮັບໃຊ້ການຜະລິດ ແລະ ອື່ນໆ ປະຕິບັດໄດ້ 445.600.836 ໂດລາ ປະມານ 3.980,71 ຕື້ກີບ ປະຕິບັດໄດ້ 39,82% ຂອງແຜນການປີ,76,76% ຂອງແຜນການ 6 ເດືອນ ທຽບໃສ່ໄລຍະດຽວຂອງປີ ຫຼຸດລົງ 26.433.625 ໂດລາ ປະມານ 5,6% ແຕ່ພັດກົງກັນຂ້າມໃນຜ່ານມາການນໍາເຂົ້າສິນຄ້າເຄື່ອງອຸປະໂພກ ແລະ ບໍລິໂພກ ມີທ່າອ່ຽງເພີ່ມຂຶ້ນນີ້ກໍຍ້ອນເກີດກະແສຢ້ານເກີດມີການປິດດ່ານທີ່ຜ່ານມາ.

ທ່ານ ໂພສີສ້ອຍ ກຸທິລາດ ກ່າວຕື່ມວ່າ: ໃນ 6 ເດືອນທ້າຍປີນີ້ ທາງຂະແໜງການຄ້າແຂວງກໍຄືພະນັກງານທີ່ກ່ຽວຂ້ອງ ຈະພ້ອມກັນສູ້ຊົນສ້າງມູນຄ່າການນໍາເຂົ້າ ແລະ ສົ່ງອອກໃຫ້ບັນລຸໄດ້ 1.452,65 ລ້ານໂດລາ ປະມານ 13.073,87 ຕື້ກີບ ເທົ່າກັບ 93,25% ຂອງແຜນການປີ, ໃນນັ້ນສົ່ງອອກໃຫ້ໄດ້ 852.904.379 ໂດລາ ໂດຍສຸມໃສ່ສ້າງເງື່ອນໄຂ ແລະ ອໍານວຍ ຄວາມສະດວກໃຫ້ແກ່ການນໍາວັດຖຸດິບທີ່ມີມາປຸງແຕ່ງ ແລະ ຜະລິດພາຍໃນເຂດເສດຖະກິດພິເສດ ແລະ ນອກເຂດ ເປັນຕົ້ນແມ່ນຢາສູບ, ຜະລິດຕະພັນປຸ໋ຍ, ຊິ້ນສ່ວນຍົນໂບອິ້ງ ແລະ ສິນຄ້າກະສິກໍາ ເປັນຕົ້ນແມ່ນເຂົ້າ, ມັນແຫ້ງ ແລະ ມູນຄ່ານໍາເຂົ້າໃຫ້ໄດ້ 599.748.668 ໂດລາ.