ແນະນຳກ່ຽວກັບການໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ

344
Close Up Of A Line Of High School Students Using Mobile Phones

ການນໍາໃຊ້ສື່ສັງຄົມອອນລາຍໃນໄລຍະຜ່ານມາ ເຫັນວ່າຍັງມີຄວາມສ່ຽງທີ່ຈະຖືກກຸ່ມຄົນບໍ່ຫວັງດີລັກເອົາຂໍ້ມູນສ່ວນຕົວໄປໃຊ້ໃນທາງທີ່ຜິດ ລວມໄປເຖິງຂໍ້ມູນຂອງທຸລະກິດ – ຫ້າງຮ້ານ ແລະ ອົງກອນຕ່າງໆທີ່ຖືກແຮັກຂໍ້ມູນນໍາເອົາໄປແອບອ້າງ ເພື່ອຫາຜົນປະໂຫຍດສ່ວນຕົວ ອັນສ້າງຜົນເສຍຫາຍຈໍານວນບໍ່ໜ້ອຍ. ຫຼ້າສຸດ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ຈຶ່ງໄດ້ອອກແຈ້ງການແນະນຳກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ. ທັງນີ້, ກໍເພື່ອຮັບປະກັນການຄຸ້ມຄອງການເຄື່ອນໄຫວຂອງສື່ແບບໃໝ່.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຄຳແນະນຳເລກທີ 1561/ປທສ ລົງວັນທີ 26 ສິງຫາ 2020 ກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ເຊິ່ງທັງໝົດມີ 7 ໝວດ ໄດ້ແກ່: ບົດບັນຍັດທົ່ວໄປ; ບັນດານິຕິກໍາກ່ຽວຂ້ອງກັບການນໍາໃຊ້ສື່ສັງຄົມອອນລາຍ; ການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ; ການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພສໍາລັບເດັກ; ຂ່າວປອມ ແລະ ການຫຼິ້ນການພະນັນຜ່ານສື່ສັງຄົມອອນລາຍ; ການແຈ້ງເຫດ ແລະ ການແຈ້ງຄວາມ; ບົດບັນຍັດສຸດທ້າຍ.

ໃນນີ້, ໝວດທີ່ສັງຄົມໃຫ້ຄວາມສົນໃຈຫຼາຍກວ່າໝູ່ແມ່ນກ່ຽວກັບການນໍາໃຊ້ສື່ສັງຄົມອອນລາຍໃຫ້ມີ ຄວາມປອດໄພສໍາລັບເດັກ ເນື່ອງຈາກວ່າປັດຈຸບັນເດັກນ້ອຍສາມາດເຂົ້າເຖິງສື່ອອນລາຍໄດ້ງ່າຍ ເຊິ່ງມີທັງສິ່ງທີ່ເປັນປະໂຫຍດ ແລະ ເປັນໂທດຫາກນໍາໃຊ້ບໍ່ຖືກຕ້ອງ ເຊິ່ງພໍ່ແມ່ຜູ້ປົກຄອງຈໍາເປັນຕ້ອງໄດ້ເອົາໃຈໃສ່ເປັນພິເສດ. ເພາະວ່າຫາກນໍາໃຊ້ໃນທາງທີ່ຜິດຈະສົ່ງຜົນເສຍຫາຍຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມ. ນອກນັ້ນ, ຍັງຕົກເປັນເຫຍື່ອ ຂອງການຄ້າມະນຸດ, ສົ່ງຜົນເສຍຕໍ່ຮ່າງກາຍ, ຕໍ່ຈິດໃຈ, ການຄຸກຄາມທາງເພດ ຫາກເຮົາບໍ່ຮູ້ວິທີການປ້ອງກັນ, ການຕອບໂຕ້ ແລະ ອື່ນໆ.

ປະເດັນຖັດມາກໍຄື: ການເສບຂ່າວປອມ ແລະ ການຫຼິ້ນພະນັນຜ່ານສື່ສັງຄົມອອນລາຍ ເຊິ່ງເປັນບັນຫາຂອງສັງຄົມທີ່ໃຫ້ຄວາມສົນໃຈຫຼາຍ ເຊິ່ງໄລຍະຜ່ານມາພາກລັດກໍໄດ້ພະຍາຍາມຕີຖອຍບັນຫາດັ່ງກ່າວ ແລະ ມີການລົງໂທດຜູ້ກະທໍາຜິດ ເນື່ອງຈາກສ້າງຄວາມວຸ້ນວາຍເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບ, ສ້າງຄວາມປັ່ນປ່ວນເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ບັນຫາທາງການເມືອງອື່ນໆ. ຂະນະດຽວກັນການຫຼິ້ນການພະນັນຕ່າງໆທີ່ບໍ່ໄດ້ຮັບອະນຸຍາດ ຖືວ່າເປັນສິ່ງທີ່ຜິດກົດໝາຍຂອງ ສປປ ລາວ ກໍານົດໄວ້ໃນມາດຕາ 141 ຂອງປະມວນກົດໝາຍອາຍາ ເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017.

ຫາກທ່ານໃດຖືກແຮັກຂໍ້ມູນສ່ວນຕົວ ຫຼື ຖືກຄຸກຄາມສິດທິສ່ວນບຸກຄົນຜ່ານສື່ສັງຄົມອອນລາຍ ສາມາດແຈ້ງໄປທີ່ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ( LaoCERT) ເຊິ່ງມີຊ່ອງທາງການຕິດຕໍ່ໄດ້ທີ່ເບີໂທລະສັບ: 021 254 508, 030 576 422 ຫຼື ສົ່ງຂໍ້ມູນໄປທີ່ອີເມວ report@laocert.gov.la ແລະ ສາມາດເຂົ້າເບິ່ງຂໍ້ ມູນໄດ້ທີ່ເວັບໄຊ www.laocert.gov.la