ດ່ວນ! ແຈ້ງປັບຂຶ້ນລາຄານໍ້າມັນ ເລີ່ມ 4ກັນຍາ ເປັນຕົ້ນໄປ

228

ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເຊິ່ງຄັ້ງນີ້ປັບຂຶ້ນທັງແອັດຊັງພິເສດ ແລະ ແອັດຊັງທໍາມະດາ ສ່ວນກາຊວນແມ່ນຍັງຄົງທີ່ ດ້ານລາຄາໃໝ່ແມ່ນໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 4​ກັນຍາ 2020 ເປັນຕົນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0808/ອຄ.ກຄພນ, ລົງວັນທີ 3 ກັນຍາ 2020 ເຖິງສະມາຄົມນໍ້່ມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເຊິ່ງລາຄາໃໝ່ນີ້ມີແອັດຊັງພິເສດ ປັບຂຶ້ນ 210 ກີບ/ລິດ, ແອັດຊັງທໍາມະດາ 220 ກີບ/ລິດ; ສ່ວນກາຊວນບໍ່ເໜັງຕີງ; ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມທາງ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0687/ກຄພນ.ຄສລ, ລົງວັນທີ 3 ກັນຍາ 2020 ຈົນກວ່າຈະມີການປ່ຽນແປງ,.

ໂດຍເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 4​ກັນຍາ 2020 ເປັນຕົ້ນໄປ ພ້ອມນີ້ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກຕິ; ແຈ້ງການສະບັບນີ້ ໃຊ້ປ່ຽນແທນແຈ້ງການສະບັບເລກທີ 0762/ອຄ.ກຄພນ, ລົງວັນທີ 20 ສິງຫາ 2020.