ທ່າແຮງດີການລ້ຽງສັດຂອງຊາວກະສິກອນບ້ານເຮົາເພີ່ມປີລະ 4 – 5%

179

ປັດຈຸບັນຊາວກະສິກອນໄດ້ຫັນມາລ້ຽງສັດເປັນສິນຄ້າເພີ່ມຂຶ້ນ ໂດຍທົ່ວປະເທດມີຄວາຍ 1,2 ລ້ານໂຕ, ງົວ 2,1 ລ້ານ, ໝູ 4,1 ລ້ານ ແລະ ສັດປີກ 45,6 ລ້ານກວ່າໂຕ ເຊິ່ງໄດ້ປະກອບສ່ວນຕໍ່ GDP ຂອງປະເທດ ກວມປະມານ 4,33% ຕໍ່ປີ, ສະເລ່ຍການລ້ຽງສັດ ເພີ່ມຂຶ້ນ 4 – 5% ຕໍ່ປີ.

ທ່ານ ສີແສງ ຂຸນສີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດໃນວັນທີ 27 ສິງຫາ 2020 ນີ້ວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ມີການພັດທະນາທາງດ້ານການລ້ຽງສັດຫຼາຍພໍສົມຄວນ ໃນໄລຍະຜ່ານມາຂະແໜງການລ້ຽງສັດ ແລະ ການປະມົງ ກໍໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຕໍ່ GDP ຂອງປະເທດ ກວມປະມານ 4,33% ຕໍ່ປີ, ການຂະຫຍາຍຕົວຂອງຝູງສັດແມ່ນເພີ່ມຂຶ້ນ 24% ຖ້າທຽບໃສ່ປີ 2015 ( ຂະຫຍາຍຕົວ 4 – 5% ຕໍ່ປີ ) ເຊິ່ງເຫັນວ່າມີອັດຕາການເຕີບໂຕໃນລະດັບທີ່ດີ.

ດ້ານຕົວເລກການຜະລິດສັດ ແລະ ສັດນ້ຳ ໃນ 6 ເດືອນຕົ້ນປີ 2020 ທົ່ວປະເທດມີ ຄວາຍທັງໝົດ 1.228.412 ໂຕ, ງົວ 2.141.650, ໝູ 4.208.645 ໂຕ, ແກະ/ແບ້ 664.200 ໂຕ, ສັດປີກ 45.640.015 ໂຕ. ໃນນັ້ນ, ຄວາຍລ້ຽງເປັນຟາມ 9 ຟາມ, ງົວ 378 ຟາມ, ໝູ 667 ຟາມ, ແບ້ 93 ຟາມ, ໄກ່ຊີ້ນ 105 ຟາມ, ໄກ່ໄຂ່ 277 ຟາມ, ເປັດໄຂ່ 88 ຟາມ, ເປັດຊີ້ນ 12 ຟາມ ແລະ ນົກກະທາ 13 ຟາມ.


ສ່ວນຜົນຜະລິດຊີ້ນ ແລະ ປາ: ປະເພດຊີ້ນຄວາຍແຜນປີ 2020 ແມ່ນໃຫ້ໄດ້ 15.700 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 7.500 ໂຕນ ເທົ່າກັບ 47,8% ຂອງແຜນປີ; ງົວ ແຜນປີໃຫ້ໄດ້ 32.900 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 16.300 ໂຕນ ເທົ່າກັບ 49,5%; ໝູ ແຜນປີໃຫ້ໄດ້ 120.400 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 60.320 ໂຕນ ເທົ່າກັບ 50,1%; ແກະ/ແບ້ ແຜນປີໃຫ້ໄດ້ 2.800 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 1.500 ໂຕນ ເທົ່າກັບ 53,6%; ສັດປີກ ແຜນປີໃຫ້ໄດ້ 50.200 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 25.480 ໂຕນ ເທົ່າກັບ 50,8%; ໄຂ່ ແຜນປີໃຫ້ໄດ້ 43.000 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 21.500 ໂຕນ ເທົ່າກັບ 50% ແລະ ປາ ແຜນປີໃຫ້ໄດ້ 200.000 ໂຕນ 6 ເດືອນຕົ້ນປີ ປະຕິບັດໄດ້ 100.350 ໂຕນ ເທົ່າກັບ 50,1%.

ຄາດຄະເນການຜະລິດຊີ້ນສັດໃນ 6 ເດືອນທ້າຍປີ ຄວາຍໃຫ້ໄດ້ 8.200 ໂຕນ, ງົວ 16.600 ໂຕນ, ໝູ 60.080 ໂຕນ, ແກະ/ແບ້ 1.300 ໂຕນ, ສັດປີກ 24.720 ໂຕນ, ໄຂ່ 21.500 ໂຕນ ແລະ ປາ ໃຫ້ໄດ້ 99.650 ໂຕນ.

ທ່ານ ສີແສງ ຂຸນສີ ໃຫ້ຮູ້ຕື່ມອີກວ່າ: ການລ້ຽງສັດໃນປັດຈຸບັນປະຊາຊົນລາວເຮົາແມ່ນນິຍົມລ້ຽງສັດໃຫຍ່ປະເພດງົວ, ຄວາຍຫຼາຍ ເນື່ອງຈາກວ່າເປັນທ່າແຮງ ເພາະລັດຖະບານໄດ້ມີການເຮັດສັນຍາກັບ ສປ ຈີນ ເພື່ອສະໜອງສັດໃຫຍ່ໃຫ້ໂດຍມີ ຄວາມຕ້ອງການສູງເຖິງ 5 ແສນໂຕຕໍ່ ປີ, ປັດຈຸບັນແຜນຂອງກົມລ້ຽງສັດ ແລະ ການປະມົງ ປີ 2025 ສປປ ລາວ ເຮົາຈະຜະລິດສົ່ງອອກໃຫ້ ສປ ຈີນ ໄດ້ພຽງແຕ່ 2 ແສນໂຕ. ສະນັ້ນ, ລາຄາຂອງງົວ, ຄວາຍ ຈຶ່ງເພີ່ມຂຶ້ນຖ້າທຽບໃສ່ 10 ປີຫຼັງ ເຖິງ 50% ຂອງລາຄາໃນປັດຈຸບັນ ຖືເປັນໂອກາດດີທີ່ສຸດທີ່ຈະເຮັດໃຫ້ຊາວກະສິກອນຜູ້ລ້ຽງສັດ ມີຊີວິດການເປັນຢູ່ທີ່ດີຂຶ້ນໄດ້, ມີເງິນສົ່ງລູກຫຼານໄປຮຽນ ແລະ ພ້ອມກັນລ້ຽງສັດ ໃຫຍ່ເພື່ອສົ່ງອອກເປັນສິນຄ້າ.

ຕໍ່ມາແມ່ນການລ້ຽງໄກ່, ລ້ຽງສັດປີກ ໂດຍສະເພາະແມ່ນໄກ່ 3 ສາຍເລືອດ ທາງກົມໄດ້ສະໜັບສະໜູນຊຸກຍູ້ເນື່ອງຈາກວ່ານີ້ແມ່ນເປັນການສະໜອງອາຫານໃຫ້ຄອບຄົວ ເພາະວ່າການລ້ຽງໄກ່ໃຊ້ເວລາສັ້ນ 40 – 50 ມື້ ກໍສາມາດຂາຍ ຫຼື ນຳມາບໍລິໂພກໄດ້ແລ້ວ ແລະ ຕໍ່ມາແມ່ນການລ້ຽງປາ ກໍໄດ້ມີການຊຸກຍູ້ສົ່ງເສີມທີ່ສຸດ ບໍ່ວ່າຈະເປັນການລ້ຽງປາໃສ່ນາເຂົ້າ, ລ້ຽງໃສ່ກະຊັງ ແລະ ໃສ່ໜອງຕ່າງໆ ເຊິ່ງມັນເປັນການຄ້ຳປະກັນສະບຽງອາຫານຂອງປະຊາຊົນລາວເຮົາ ແລະ ສາມາດລ້ຽງຂາຍເປັນສິນຄ້າໄດ້.