ຫົວເຫວີຍເປີດໂຄງການ “ Seeds For The Future ” ຫວັງພັດທະນາບຸກຄະລາກອນໄອຊີທີລາວ

122

ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 26 ສິງຫາ 2020 ກະຊວງສຶກສາທິການ ແລະ ກີລາ ຮ່ວມມືກັບ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ໄດ້ຈັດພິທີເປີດໂຄງການ “ Seeds For The Future ” ເຊິ່ງໃຫ້ກຽດເຂົ້າຮ່ວມພິທີເປີດໂຄງການໃນຄັ້ງນີ້ ໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຈ່ຽງຈາຍຕົ່ງ ( Jiang Zaidong ) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ Wang Qihui ທູດທີ່ປຶກສາເສດຖະກິດ ແລະ ການຄ້າສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຫູ ເຫວີຍຫົວ ( Hu Weihua ) ປະທານ ບໍລິສັດ ຫົວ ເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດ ຜູ້ດຽວ ແລະ ບັນດາແຂກຜູ້ມີກຽດ.

ທ່ານ Hu Weihua ປະທານ ບໍລິສັດ ຫົວເຫວີຍລາວ ໄດ້ຂຶ້ນກ່າວຄໍາປາໄສວ່າ: ບໍລິສັດຫົວເຫວີຍໄດ້ມີການເຄື່ອນໄຫວໃນຕະຫຼາດລາວຫຼາຍກວ່າ 20 ປີ ແລະ ໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງຕໍ່ກັບການພັດທະນາບຸກຄະລາກອນໄອຊີທີລາວ, ໃນອະນາຄົດຈະປະກອບສ່ວນເຂົ້າໃນການຝຶກຝົນຫຼໍ່ຫຼອມພັດທະນາບຸກຄະລາກອນລາວໃຫ້ມີຄວາມຮູ້, ຄວາມສາມາດ, ພ້ອມທັງເປັນການສົ່ງເສີມຂະແໜງອຸດສາຫະກຳດິຈິຕອລລາວອີກດ້ວຍ.

ຜ່ານການຝຶກອົບຮົມເປັນໄລຍະເວລາໜຶ່ງອາທິດ, ບໍລິສັດ ຫົວເຫວີຍ ຫວັງຢ່າງຍິ່ງວ່ານັກສຶກສາທີ່ເຂົ້າຮ່ວມໂຄງການຄັ້ງນີ້ຈະປະສົບຜົນສໍາເລັດໃນການຮຽນຮູ້ ແລະ ເຂົ້າໃຈເຖິງລະບົບ 5G, ລະບົບ AI, ລະບົບຄໍານວນ Cloud, HMS Core ແລະ ເຕັກໂນໂລຊີໂທລະຄົມທີ່ທັນສະໄໝຕ່າງໆເພີ່ມຂຶິ້ນ.

ໃນບົດກ່າວຄຳປາໄສຂອງ ທ່ານ Jiang Zaidong ເອກອັກຄະລັດຖະທູດ ໄດ້ສະແດງຄວາມຍິນດີນຳ ນັກສຶກສາມະຫາວິທະຍາໄລລາວຈໍານວນ 12 ຄົນທີ່ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການ ” Seeds For The Future ” ແລະ ກ່າວເພີ່ມຕື່ມວ່າ: ກິດຈະກຳນີ້ບໍ່ພຽງແຕ່ເປັນຊ່ອງທາງສຳລັບການຮຽນຮູ້ດ້ານໄອຊີທີເທົ່ານັ້ນ, ແຕ່ຍັງເປັນຊ່ອງທາງທີ່ຈະເຂົ້າເຖິງວັດທະນະທຳຂອງຈີນນຳອີກ.

ຂ້າພະເຈົ້າເຊື່ອວ່າດ້ວຍຄວາມພະຍາຍາມຂອງຄົນຮຸ່ນຕໍ່ຮຸ່ນ, ມິດຕະພາບລາວ – ຈີນຈະເຕີບໃຫຍ່ເປັນຕົ້ນໄມ້ທີ່ໃຫຍ່ສູງ; ສຸດທ້າຍ ທ່ານ Jiang Zaidong ເອກອັກຄະລັດຖະທູດ ຍັງໄດ້ຂອບໃຈມາຍັງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທີ່ໄດ້ໃຫ້ການສະໜັບສະໜູນກິດຈະກຳ ” Seeds For The Future ” ຂອງບໍລິສັດ ຫົວເຫວີຍ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ຫົວເຫວີຍ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນທາງດ້ານໄອຊີທີຂອງປະເທດລາວ. ບໍລິສັດ ຫົວເຫວີຍ ແມ່ນບໍລິສັດໄອຊີທີຊັ້ນນຳຂອງໂລກ, ຄວາມກ້າວໜ້າທັນສະໄໝໃນການປະດິດສ້າງ ແລະ ການລົງທຶນຂອງ ບໍລິສັດ ຫົວເຫວີຍ ແມ່ນໜ້າສົນໃຈຫຼາຍ.

ບໍລິສັດ ຫົວເຫວີຍ ໄດ້ສືບຕໍ່ຮ່ວມມືໂຄງການດັ່ງກ່າວກັບກະຊວງສຶກສາທິການ ແລະ ກີລາລາວມາເປັນເວລາຫຼາຍປີ ເຊິ່ງປີນີ້ກໍແມ່ນປີທີ 4 ແລ້ວ. ພວກເຮົາໄດ້ຄັດເລືອກເອົານັກສຶກສາທີ່ມີຜົນງານດີເດັ່ນຈາກ 4 ມະຫາວິທະຍາໄລໃນທົ່ວປະເທດລາວ ເພື່ອເຂົ້າຮ່ວມໃນໂຄງການນີ້ ແລະ ຫວັງວ່ານັກສຶກສາທີ່ເປັນເມັດພັນທັງ 12 ຄົນ ຈະຕັ້ງໜ້າສຶກສາຢ່າງໜັກ ເພາະວ່າບໍ່ພຽງແຕ່ແກ່ນຂອງການພັດທະນາການສຶກສາໃນອະນາຄົດ ແຕ່ຍັງເປັນແກ່ນຂອງການພັດທະນາອຸດສາຫະກຳໄອຊີທີແຫ່ງປະເທດຊາດ.

ພາບປະກອບຂ່າວເທົ່ານັ້ນ

ຕາງໜ້ານັກສຶກສາທີ່ເຂົ້າຮ່ວມໂຄງການໃນຄັ້ງນີ້ ນາງ ຊາລິຕາ ເພັດຊົມພູ ເຊື່ອວ່າ ບໍລິສັດ ຫົວ ເຫວີຍ ແມ່ນຜູ້ໃຫ້ບໍລິການດ້ານພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ແລະ ການສື່ສານຊັ້ນນຳຂອງໂລກ. ນ້ອງເອງມີຄວາມຕື່ນເຕັ້ນຫຼາຍທີ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້ພ້ອມກັບໝູ່ເພື່ອນຈາກມະຫາວິທະຍາໄລຕ່າງໆໃນທົ່ວປະເທດ, ພວກເຮົາຈະຕັ້ງໃຈສຶກສາເກັບກ່ຽວເອົາ ຄວາມຮູ້ທາງດ້ານ ໄອຊີທີ ໃຫ້ໄດ້ຫຼາຍທີ່ສຸດ ແລະ ພະຍາຍາມຍາດເອົາຄະແນນດີ. ຍັງຫວັງອີກວ່າໃນອະນາຄົດຈະມີໂອກາດໄດ້ເຮັດວຽກໃຫ້ກັບບໍລິສັດທີ່ດີຢ່າງເຊັ່ນ ບໍລິສັດ ຫົວເຫວີຍ.

ພາບປະກອບຂ່າວເທົ່ານັ້ນ

ໂຄງການ Seeds For The Future ແມ່ນໂຄງການເປີດກວ້າງໃນທົ່ວໂລກຂອງ ບໍລິສັດ ຫົວເຫວີຍ ເຊິ່ງໄດ້ເປີດຕົວຢ່າງເປັນທາງການທີ່ປະເທດໄທ ໃນປີ 2008, ໃນປີ 2016 ກະຊວງສຶກສາທິການ ແລະ ກີລາ ສປປ ລາວ ແລະ ບໍລິສັດ ຫົວເຫວີຍ ( ລາວ ) ຈໍາກັດ ຜູ້ດຽວ ໄດ້ເຊັນບົດບັນທຶກ MOU ຮ່ວມມືຈັດຕັ້ງກິດຈະກຳ ” Seeds For The Future ” ເຊິ່ງປີນີ້ໄດ້ສືບຕໍ່ປະຕິບັດຢູ່ປະເທດລາວເປັນປີທີ 4 ແລ້ວ.

ທຸກໆປີກະຊວງສຶກສາທິການ ແລະ ກີລາ ແລະ ບໍລິສັດ ຫົວເຫວີຍ ( ລາວ ) ຈໍາກັດ ຜູ້ດຽວ ໄດ້ເລືອກເອົານັກຮຽນດີເດັ່ນ 10 ຄົນໄປປັກກິ່ງ ແລະ ເສິນເຈິ້ນ ປະເທດຈີນ ເພື່ອຮຽນຮູ້ຮີດຄອງປະເພນີ, ວັດທະນະທຳ ແລະ ຄວາມຮູ້ດ້ານໄອຊີທີທີ່ທັນສະໄໝຂອງຈີນ. ຈຸດປະສົງຂອງໂຄງການນີ້ແມ່ນນຳໃຊ້ປະສົບການດ້ານອຸດສາຫະກຳໄອຊີທີທີ່ອຸດົມ ສົມບູນຂອງ ບໍລິສັດ ຫົວເຫວີຍ ເພື່ອຝຶກອົບຮົມນັກສຶກສາໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດດ້ານໄອຊີທີ.

ພາບປະກອບຂ່າວເທົ່ານັ້ນ

ເນື່ອງຈາກໄລຍະການລະບາດຂອງເຊື້ອພະຍາດໂຄວິດທົ່ວໂລກໃນປີນີ້ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງໂຄງການ, ບໍລິສັດຫົວ ເຫວີຍຈຶ່ງໄດ້ກະກຽມລະບົບຕ່າງໆເພື່ອສະໜັບສະໜູນໃຫ້ແກ່ນັກສຶກສາທີ່ອາໄສຢູ່ຂົງເຂດໄກໃນທົ່ວປະເທດລາວໄດ້ມີສ່ວນຮ່ວມຜ່ານການຮຽນແບບອອນລາຍ ໂດຍໄດ້ຈັດລະບົບການຮຽນແບບອອນລາຍທັງໝົດ 5 ວັນ, ເນື້ອໃນຫຼັກແມ່ນປະກອບມີ: ລະບົບ 5G, ລະບົບ AI, ລະບົບຄໍານວນ Cloud, ການແນະນຳ HMS Core ໂດຍສັງເຂບ ແລະ ICT ຂັ້ນສູງ ແລະ ອື່ນໆ ເຊິ່ງນັກສຶກສາຂອງໂຄງການ Seeds for the Future ໃນປີນີ້ແມ່ນມາຈາກມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະ ມະຫາວິທະຍາໄລສຸພານຸວົງ ( ແຂວງຫຼວງພະບາງ ).