ໄພວັນຫັດຖະກຳ ພິກວິກິດເປັນໂອກາດເຮັດໃຫ້ຍັງພໍມີຍອດຂາຍ

323

ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ພາກທຸລະກິດຕ່າງກໍໄດ້ຮັບຜົນກະທົບໄປຕາມໆກັນ ຕ່າງແຕ່ທຸລະກິດໃດຈະກະທົບໜັກ ຫຼື ເບົາ. ແຕ່ທຸລະກິດຫັດຖະກຳຕີໂອ, ຂັນ ໄພວັນ ຫັດຖະກຳ ຍັງມີຍອດຂາຍຢູ່ເລັກໜ້ອຍ ເນື່ອງຈາກເປີດທຸລະກິດມາດົນຜູ້ຄົນຮູ້ຈັກຫຼາຍ ແລະ ນໍາໃຊ້ສື່ອອນລາຍເປັນຊ່ອງທາງການປະຊາສໍາພັນເຈາະທຸກກຸ່ມລູກຄ້າ.

ທ່ານ ນາງ ໄພວັນ ກິນນະວົງ ເຈົ້າຂອງຫັດຖະກຳໄພວັນ ຈຳໜ່າຍໂອ – ຂັນເງິນ, ທອງເຫຼືອງ ແລະ ເຄື່ອງຕາມສັ່ງສິນຄ້າຄອບຄົວຕົວແບບບ້ານວຽງສະຫວັນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການລະບາດຂອງພະບາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ທຸລະກິດຂະແໜງຕ່າງໆໃນປະເທດ ແລະ ທົ່ວໂລກ.

ໃນນັ້ນ, ທຸລະກິດພວກເຮົາ ເຊິ່ງເປັນທຸລະກິດນ້ອຍໆຂອງຄອບຄົວກໍໄດ້ຮັບຜົນກະທົບເຊັ່ນກັນ ເຮັດໃຫ້ຍອດຂາຍຫຼຸດລົງຈາກແຕ່ກ່ອນທີ່ມີລູກຄ້າຕ່າງປະເທດສັ່ງຊື້ສິນຄ້ານຳກໍໄດ້ຢຸດ; ຈາກຜົນກະທົບດັ່ງກ່າວເຮັດໃຫ້ຍອດຂາຍໜ້ອຍລົງ, ແຕ່ກໍຍັງໂຊກດີບາງຄັ້ງລູກຄ້າສັ່ງຊື້ນຳຢູ່ເລັກໜ້ອຍ ໂດຍການຫັນປ່ຽນຮູບແບບການຕະຫຼາດໃໝ່ໄລຟ໌ສົດຂາຍຜ່ານ ເຟສບຸ໊ກ ເຫັນວ່າສິນຄ້າກໍພໍໄດ້ຂາຍ ເພາະລູກຄ້າເຫັນສິນຄ້າຂອງເຮົາມີລວດລາຍທີ່ສວຍງາມກໍໄດ້ສັ່ງຊື້ພ້ອມມີບໍລິການສົ່ງເຖິງເຮືອນ ເຊິ່ງເປັນຊ່ອງທາງການຕະຫຼາດໃໝ່ທີ່ເຮັດໃຫ້ພໍມີຍອດຂາຍເດືອນລະປະມານ 20 – 30 ໜ່ວຍ.

ນອກຈາກນີ້, ໄລຍະການລະບາດຂອງພະຍາດໂຄວິດ – 19 ເຖິງແມ່ນສິນຄ້າຈະໄດ້ຂາຍໜ້ອຍລົງ ຫຼື ບໍ່ໄດ້ຂາຍ ຫັດຖະກຳໄພວັນ ຂອງພວກເຮົາກໍຍັງບໍ່ຢຸດຜະລິດ ເນື່ອງຈາກຢາກໃຫ້ນາຍຊ່າງມີວຽກເຮັດງານທຳ ໂດຍການຜະລິດເກັບໄວ້ສາງ ພ້ອມເນັ້ນເຮັດຜະລິດຕະພັນເປັນງານສີມືໃຫ້ລະອຽດຂຶ້ນ ແລະ ຄວາມປານີດ ໂດຍສິນຄ້າທີ່ຜະລິດຫຼັກ ແລະ ໄດ້ຂາຍດີກໍຈະເປັນຂັນທອງເຫຼືອງ, ໂອທອງເຫຼືອງ, ຂັນເງິນ, ໂອເງິນ ເຊິ່ງເປັນລວດລາຍລາວ, ລາຍປະຍຸກ ເນື່ອງຈາກປະຊາຊົນລາວເຮົາເປັນຊາວພຸດນິຍົມໃຊ້ໂອ, ຂັນໄປເຮັດບຸນ, ຕັກບາດ ແລ້ວຊື້ຜະລິດຕະພັນດັ່ງກ່າວໄປໃຊ້.

ດ້ານລາຄາສິນຄ້າຜະລິດຕະພັນພາຍໃນຮ້ານກໍຈະມີລາຄາຕັ້ງແຕ່ 1 ແສນ ຫາ 1 ລ້ານກວ່າກີບ ເຊິ່ງແລ້ວແຕ່ຂະໜາດ, ລາຍ ແລະ ວັດຖຸດິບທີ່ເອົາມານຳໃຊ້ອີກດ້ວຍ.

ທ່ານ ນາງ ໄພວັນ ກິນນະວົງ ຍັງໃຫ້ຮູ້ຕື່ມອີກວ່າ: ທຸລະກິດຫັດຖະກຳຕີໂອ, ຂັນ ເຊື່ອວ່າຍັງຈະມີການເຕີບໂຕອີກໃນຕໍ່ໜ້າ, ໃນຂະນະທີ່ຮ້ານຂອງພວກເຮົາກໍເນັ້ນການຜະລິດໃຫ້ໄດ້ຕາມທີ່ລູກຄ້າສັ່ງ ແລະ ຕ້ອງການ.

[ ໂດຍ: ສັນຕິ ]