ທ່ານ ຊິນໂຊະ ອາເບະ ລາອອກຈາກຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນ

211

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຖະແຫຼງລາອອກຈາກຕຳແໜ່ງ ເມື່ອວັນທີ 28 ສິງຫາ 2020 ຜ່ານມາ ໂດຍອ້າງບັນຫາສຸຂະພາບ.

ທ່ານ ອາເບະ ກ່າວວ່າ: ຂ້ອຍບໍ່ສາມາດດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນຕໍ່ໄປໄດ້ ເນື່ອງຈາກບັນຫາສຸຂະພາບ, ພ້ອມທັງກ່າວຂໍໂທດປະຊາຊົນຍີ່ປຸ່ນທີ່ລາອອກຈາກຕຳແໜ່ງທັງທີ່ຍັງບໍ່ຄົບວາລະ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ – 19.

ລາຍງານລະບຸວ່າ: ທ່ານ ອາເບະ ເປັນພະຍາດລຳໄສ້ອັກເສບຊຳເຮື້ອມາຫຼາຍປີແລ້ວ ແລະ ເຂົ້າປິ່ນປົວຢູ່ໂຮງໝໍຫຼາຍຄັ້ງ, ຫຼ້າສຸດເມື່ອວັນທີ 14 ສິງຫາຜ່ານມາ ທ່ານ ອາເບະ ໄດ້ໄປກວດສຸຂະພາບ ແລະ ປິ່ນປົວອາການລຳໄສ້ອັກເສບຢູ່ໂຮງໝໍມະຫາວິທະຍາໄລເຄໂອະ ໃນນະຄອນຫຼວງໂຕກຽວ ແລະ ກັບໄປປິ່ນປົວອີກເມື່ອວັນທີ 24 ສິງຫາຜ່ານມາ.
ຈາກການທີ່ ທ່ານ ຊິນໂຊະ ອາເບະ ເຂົ້າປິ່ນປົວຢູ່ໂຮງໝໍເຖິງ 2 ຄັ້ງ ໃນເດືອນສິງຫາ ເຮັດໃຫ້ທ່ານຕ້ອງປະກາດລາອອກຈາກຕຳແໜ່ງ.