ຈີນ ຂຶ້ນບັນຊີສິນຄ້າເຕັກໂນໂລຊີ ຫ້າມ ແລະ ຈຳກັດການສົ່ງອອກ

69

ສຳນັກຂ່າວຊິນຮວາ ລາຍງານວ່າ: ກະຊວງການຄ້າຂອງ ສປ ຈີນ ໄດ້ອອກຖະແຫຼງການເຜີຍແຜ່ລົງເວັບໄຊຂອງກະຊວງການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຮູ້ວ່າ ຈີນໄດ້ຂຶ້ນບັນຊີເຕັກໂນໂລຊີຫ້າມສົ່ງອອກ 4 ລາຍການ ໄດ້ແກ່: ເຕັກໂນໂລຊີ ປຸ໋ຍຈຸລິນຊີ, ເຕັກໂນໂລຊີການຜະລິດຄາເຟອີນ, ເຕັກໂນໂລຊີການຜະລິດໄຣໂບຟລາວິນ ແລະ ເຕັກໂນໂລຊີການໝັກໃນຜະລິດຕະພັນວິຕາມິນ.

ນອກຈາກນີ້, ຍັງມີເຕັກໂນໂລຊີຈຳກັດການສົ່ງອອກ 5 ລາຍການ ໄດ້ແກ່: ເຕັກໂນໂລຊີວັກແຊັງປ້ອງກັນພະຍາດນິວຄາສເຊີລ, ເຕັກໂນໂລຊີການຜະລິດຢາຈາກທຳມະຊາດ, ເຕັກໂນໂລຊີການກຽມ ແລະ ແປຮູບຂອງວັດສະດຸພໍລີເມີ, ເຕັກໂນໂລຊີການຜະລິດຢາເຄິ່ງສັງເຄາະ ແລະ ສັງເຄາະທາງເຄມີ ແລະ ເຕັກໂນໂລຊີໄຟວອລ ປ້ອງກັນຄວາມປອດໄພຂອງຂໍ້ມູນ.
ບັນຊີດັ່ງກ່າວຍັງເພີ່ມຕື່ມລາຍຊື່ເຕັກໂນໂລຊີທີ່ຈຳກັດການສົ່ງອອກລວມ 23 ລາຍການ, ໃນຂະນະທີ່ເຕັກໂນໂລຊີອີກ 21 ລາຍການ ຕ້ອງແກ້ໄຂເລື່ອງພາຣາມີເຕີທາງເຕັກນິກ.

ຖະແຫຼງການຍັງລະບຸວ່າ: ການຖ່າຍໂອນເຕັກໂນໂລຊີທັງໝົດໄປຍັງຕ່າງປະເທດດ້ວຍວິທີການທາງການຄ້າ – ການລົງທຶນ ຫຼື ວິທີການອື່ນໆຈະຕ້ອງປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີຂອງປະເທດຢ່າງເຂັ້ມງວດ.