ມາດຕະການຜ່ອນຜັນຈາກນີ້ສືບຕໍ່ປິດຮ້ານບັນເທີງ, ດ່ານ, ໂຈະຍົນເຊົ່າເໝົາລຳ

287

ຄະນະສະເພາະກິດມື້ນີ້ ໃຫ້ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ດ່ານປະເພນີ-ດ່ານທ້ອງຖິ່ນ, ສືບຕໍ່ໂຈະການອອກວີຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ພ້ອມທັງໃຫ້ສືບຕໍ່ໂຈະຊົ່ວຄາວສຳລັບຍົນເຊົ່າເໝົາລຳລະຫວ່າງປະເທດ ແລະ ກຳນົດປິດຮ້ານອາຫານເວລາ 23:00 ໂມງ ໃນທົ່ວປະເທດ.

ໃນວັນທີ 31 ສິງຫາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ຮສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 1- 30 ກັນຍາ 2020 ວ່າ: ເພື່ອສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19, ລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາດັ່ງນີ້:

1 ເຫັນດີໃຫ້ສືບຕໍ່ປະຕິບັດ ບັນດາມາດຕະການຜ່ອນຜັນ, ມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຄືກັນກັບມາດຕະການ ທີ່ໄດ້ປະຕິບັດ ໃນເດືອນສິງຫາ 2020 ຜ່ານມາ ຕາມທີ່ໄດ້ລະບຸໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ແລະ ສະບັບເລກທີ 838/ຫສນຍ, ລົງວັນທີ 07 ສິງຫາ 2020 ຢ່າງເຂັ້ມງວດ, ໃນນັ້ນ ສະເພາະມາດຕະການທີ່ສືບຕໍ່ໂຈະມີດັ່ງນີ້:

ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາລາໂອເກະ ແລະ ຮ້ານເກມ. ສໍາລັບບັນດາຮ້ານບັນເທິງ ແລະ ຮ້ານຄາລາໂອເກະ ໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ຕິດຕາມ ແລະ ກວດກາ ຕາມຄຳສັ່ງຂອງລັດຖະບານ ຜ່ານມາ, ຖ້າເຫັນວ່າຍັງມີການລະເມີດ ໃຫ້ມີການກ່າວເຕືອນ, ຖ້າຍັງຝ່າຝືນ ກໍ່ໃຫ້ດຳເນີນການຖອນໃບອະນຸຍາດຊົ່ວຄາວ.

ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19. ສໍາລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ.

ໃຫ້ສືບຕໍ່ໂຈະຊົ່ວຄາວສໍາລັບຍົນເຊົ່າເໝົາລໍາລະຫວ່າງປະເທດກ່ອນ ແລະ ໃຫ້ຄະນະສະເພາະກິດ ສົມທົບກັບກົມການບິນພົນລະເຮືອນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ອອກມາດຕະການໃໝ່ ໃຫ້ລະອຽດ ແລະ ຮັດກຸມ ສະເໜີມາຍັງລັດຖະບານ ເພື່ອຂໍການອະນຸມັດກ່ອນ ຈຶ່ງດຳເນີນການໄດ້.

2 ເຫັນດີໃຫ້ກໍານົດເອົາ ເວລາ 23:00 ໂມງ ຕາມດໍາລັດ ສະບັບເລກທີ 315/ລບ, ລົງວັນທີ 02 ຕຸລາ2017 ເປັນເວລາປີດຮ້ານອາຫານ ໂດຍໃຫ້ປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ. ກ່ຽວກັບການປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ສໍາລັບຮ້ານອາຫານ ໃນໄລຍະຜ່ານມາ ທີ່ຍັງມີບາງທ້ອງຖິ່ນ ປະຕິບັດບໍ່ເປັນເອກະພາບກັນນັ້ນ, ມອບໃຫ້ຄະນະສະເພາະກິດ ອອກຄໍາແນະນຳສະເພາະ ໃຫ້ລະອຽດຕື່ມ.

3 ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບອົງການປົກຄອງທ້ອງຖິ່ນ ສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງ ຜູ້ລັກລອບເຂົ້າເມືອງ ທີ່ບໍ່ໄດ້ຜ່ານດ່ານຊາຍແດນ ມາຈຳກັດບໍລິເວນ ແລະ ເກັບຕົວຢ່າງໄປກວດຫາເຊື້ອພະຍາດ.

4 ມອບໃຫ້ຄະນະສະເພາະກິດ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຕິດຕາມ ແລະ ກວດກາ ການປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງບັນດາຂະແໜງການ ແລະ ທ້ອງຖິ່ນຢ່າງໃກ້ຊິດ, ກໍລະນີມີບັນຫາໃດເກີດຂຶ້ນໃໝ່ ກໍໃຫ້ຮີບຮ້ອນແກ້ໄຂ ໃຫ້ທັນການ, ຖ້າຈໍາເປັນ ກໍໃຫ້ລາຍງານລັດຖະບານ ເພື່ອມີທິດຊີ້ນໍາ.