5 ຂໍ້ ຕ້ອງປະຕິບັດຫຼັງລົດແຊ່ນໍ້າ

202

ປັດຈຸບັນຫຼາຍພື້ນທີ່ໄດ້ຮັບຜົນກະທົບນໍ້າຖ້ວມຂັງ ເຊິ່ງຄໍລໍາລົດມື້ນີ້ ຈະນໍາສະເໜີ 5 ຂໍ້ຄວນປະຕິບັດ ຖ້າລົດຖືກແຊ່ນໍ້າ.
ກ່ອນອື່ນໝົດຕ້ອງໄດ້ທໍາ ຄວາມສະອາດຄາບເປື້ອນອອກໃນເບື້ອງຕົ້ນ ຫາກລົດຂອງທ່ານຈອດແຊ່ນໍ້າໃນພື້ນທີ່ທີ່ເຕັມໄປດ້ວຍຂີ້ເຫຍື້ອ, ຂີ້ຕົ້ມ ແນ່ນອນວ່າເມື່ອນໍ້າຫຼຸດລົງຄາບເປື້ອນດັ່ງກ່າວຍັງຕິດລົດທ່ານຢູ່ ສິ່ງທໍາອິດຄວນລ້າງ ຫຼື ເຊັດຄາບເປື້ອນອອກໂດຍໄວ ເພາະຫາກປ່ອຍປະໄວ້ດົນຈົນແຫ້ງອາດສົ່ງຜົນກະທົບຕໍ່ລະບົບພາຍໃນຂອງລົດ.

ຫ້າມຕິດຈັກລົດເດັດຂາດ: ໃຫ້ຈື່ໄວ້ເລີຍວ່າຫາກລົດຈົມນໍ້າຈົນເຖິງລະດັບເຄື່ອງຈັກ ຫ້າມຕິດຈັກລົດເດັດຂາດ ເພາະນໍ້າທີ່ເຂົ້າໄປໃນລະບົບເຄື່ອງຈັກ ແລະ ເກຍລົດອາດຈະເຮັດໃຫ້ເກີດຄວາມເສຍຫາຍ ໂດຍສະເພາະລູກສູບຂອງເຄື່ອງຈັກ ເມື່ອນໍ້າແຫ້ງໃຫ້ແກ່ດຶງ ຫຼື ລາກລົດໄປສູນບໍລິການ ຫຼື ຮ້ານສ້ອມແປງເພື່ອໃຫ້ນາຍຊ່າງແກ້ໄຂເປັນການດີທີ່ສຸດ.

ຖອດສາຍໝໍ້ໄຟອອກທັນທີ: ນອກຈາກລະບົບເຄື່ອງຈັກແລ້ວ ລະບົບໄຟໃນລົດກໍສໍາຄັນ ຫາກລົດຈົມນໍ້າເຖິງລະດັບເຄື່ອງຈັກ ຫຼື ຖ້ວມໝົດທັງຄັນຍ່ອມມີຜົນຕໍ່ລະບົບໝໍ້ໄຟ. ສະນັ້ນ, ຄວນຖອດສາຍໝໍ້ໄຟອອກທັນທີ ເພື່ອປ້ອງກັນລະບົບໄຟໃນລົດອາດລັດວົງຈອນ ເນື່ອງຈາກລົດລຸ້ນໃໝ່ນີ້ລະບົບຄວບຄຸມທຸກຢ່າງແມ່ນໄຟຟ້າ.

ກວດກາໃນຈຸດທີ່ເຊື່ອມຕໍ່ອຸປະກອນຕໍ່ຢາສູບ: ລົດທຸກຄັນແມ່ນມີຈຸດໜຶ່ງທີ່ໄວ້ສໍາລັບໃຫ້ຕໍ່ຢາສູບ ເຊິ່ງໜ້າທີ່ຫຼັກຂອງມັນແມ່ນບ່ອນສາກໄຟກັບອຸປະກອນຕ່າງໆ. ຫາກກວດພົບວ່າມີຄາບນໍ້າ ສະແດງວ່າລະດັບນໍ້າຂຶ້ນສູງຮອດຄອນໂຊນ ຫຼື ຄັນເກຍ ຈະສົ່ງຜົນຕໍ່ລະບົບໄຟຟ້າໃນລົດແນ່ນອນ ເຊິ່ງທ່ານຈໍາເປັນຕ້ອງຮື້ລະບົບທັງໝົດໃນຄອນໂຊນອອກມາ ເພື່ອເຮັດຄວາມສະອາດ ແລະ ເປົ່າໃຫ້ແຫ້ງຈະດີທີ່ສຸດ.

ລະບົບເບຣກຢ່າຄິດວ່າບໍ່ສໍາຄັນ: ແນ່ນອນວ່າການທີ່ນໍ້າຖ້ວມເຖິງລະດັບເຄື່ອງຈັກ ມັນຍ່ອມສົ່ງຜົນກະທົບໄປທຸກລະບົບຂອງລົດ ເພາະລົດລຸ້ນໃໝ່ນີ້ແມ່ນເຊື່ອມຕໍ່ລະບົບໄຟຟ້າທັງໝົດ ບໍ່ວ່າຈະເປັນທັງສາຍເບຣກ ແລະ ລະບົບເຊັນເຊີຕ່າງໆ, ຖ້າເປັນລົດຫຼູຍິ່ງມີຄວາມສໍາຄັນໄປອີກ ເພາະຖ້າລະບົບໃດລະບົບໜຶ່ງມີບັນຫາອາດສົ່ງຜົນໃຫ້ລະບົບອື່ນໆຂອງລົດບໍ່ເຮັດວຽກ. ສະນັ້ນ, ສິ່ງທີ່ຕ້ອງປະຕິບັດຄືກວດເຊັກລະບົບຂອງແຫຼວ ( ນໍ້າ ) ກ່ຽວກັບ ເບຣກທັງໝົດ ແລະ ລະບົບຄວບຄຸມໄຟຟ້າອັນໃດສາມາດຖອດອອກມາທໍາຄວາມສະອາດ ແລະ ເປົ່າໃຫ້ແຫ້ງກໍຈະເປັນການດີ.

ທັງໝົດນີ້ເປັນພຽງ 5 ເຕັກນິກໃນເບື້ອງຕົ້ນເທົ່ານັ້ນ ຖ້າຫາກລົດຂອງທ່ານຕ້ອງໄດ້ຈອດແຊ່ນໍ້າໃນລະດັບນໍ້າຮອດຕີນລົດແລ້ວ ເຊິ່ງນອກຈາກນີ້ຍັງມີຈຸດຕ່າງໆຕ້ອງກວດທັງໝໍ້ນໍ້າ, ລູກໝາກຕີນລົດທີ່ສາມາດຖອດອອກມາທໍາຄວາມສະອາດ ແລະ ເປົ່າໃຫ້ແຫ້ງໄດ້.