ກະທົບໄປທົ່ວ! ສູນລວມສິນ ຕ້ອງປັບຕົວຫຼາຍຂຶ້ນ ເພື່ອຜ່ານຜ່າວິກິດໂຄວິດ – 19

102

ບໍລິສັດ ສູນລວມສິນ ( Art Center ) ເປັນບໍລິສັດ ທີ່ໃຫ້ບໍລິການຜະລິດປ້າຍໂຄສະນາ, ປ້າຍຫີນອອນ ( ແກຼ່ນນິກ ), ປ້າຍ – ຮູບໃສ່ທາດ, ປ້າຍ LED, ປ້າຍພລາສຕິກນູນ – ໂລຫະ ແລະ ອື່ນໆ ກໍໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19. ເຖິງຢ່າງໃດກໍຕາມ, ພາຍຫຼັງສະຖານະການຜ່ອນຄາຍລົງ ບໍລິສັດ ໄດ້ເປີດໃຫ້ບໍລິການເປັນປົກກະຕິ ແລະ ໄດ້ມີລູກຄ້າກັບມາໃຊ້ບໍລິການຄືນແດ່ແລ້ວ.
ສຳພາດພິເສດສະບັບນີ້ ພວກເຮົາຂໍນຳເອົາບົດສຳພາດຜູ້ອຳນວຍການ ບໍລິສັດ ສູນລວມສິນ ກ່ຽວກັບຈຸດເລີ່ມຕົ້ນໃນການສ້າງເສດຖະກິດຄອບຄົວ, ການຜ່ານຜ່າອຸປະສັກສິ່ງທ້າທາຍ ເພື່ອນຳພາບໍລິສັດກ້າວສູ່ ຄວາມສຳເລັດ, ຜົນກະທົບຈາກໂຄວິດ – 19 ກັບໂອກາດ ແລະ ສິ່ງທ້າທາຍ ເພື່ອຂ້າມຜ່ານວິກິດຄັ້ງນີ້.

ທ່ານ ພູວົງ ຈັນທະວົງ ຜູ້ອຳນວຍ ບໍລິສັດ ສູນລວມສິນ ກ່າວວ່າ: ບໍລິສັດສູນລວມສິນເລີ່ມກຳເນີດຂຶ້ນໃນປີ 2003, ກ່ອນຈະມາສ້າງເສດຖະກິດຄອບຄົວ ຕົນເອງມີຄວາມຊ່ຽວຊານວຽກງານປ້າຍໂຄສະນາ, ງານວິຈິດສິນ, ງານຫໍຜະລິດຕະພັນ, ງານອະນຸສອນສະຖານ. ເນື່ອງຈາກວ່າໄດ້ເປັນອາຈານສອນຢູ່ສະຖາບັນວິຈິດສິນແຫ່ງຊາດ ເລີ່ມແຕ່ປີ 1985 ເປັນຕົ້ນມາ. ຄຽງຄູ່ກັນນັ້ນ, ໄດ້ໄປຊ່ວຍໂຄງການຫໍພິພິທະພັນ, ວຽກງານຫໍວາງສະແດງມູນເຊື້ອໄດ້ມີໂອກາດຕິດຕາມຄະນະໄປຖອດຖອນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຢູ່ ສສ ຫວຽດນາມ.
ສຳລັບຈຸດປ່ຽນ ແລະ ໂອກາດ ກ່ອນຈະມາສ້າງເສດຖະກິດຄອບຄົວ ອີງຕາມເງື່ອນໄຂຄວາມຮຽກຮ້ອງຕ້ອງການຂອງຄອບຄົວ ເພາະໄລຍະດັ່ງກ່າວ ຕົນມີລູກ 3 ຄົນ ກຳລັງເຕີບໃຫຍ່ ແລະ ກຳລັງສຶກສາຮ່ຳຮຽນ ເພື່ອສ້າງລາຍຮັບໃຫ້ເພີ່ມຂຶ້ນ ໃນປີ 2003 ຈຶ່ງໄດ້ລາອອກຈາກສະຖາບັນ ເພື່ອມາເປີດຮ້ານປ້າຍນ້ອຍໆ. ໃນເບື້ອງຕົ້ນການຜະລິດປ້າຍ ແລະ ພິມປ້າຍຕ່າງໆ ແມ່ນໃຊ້ມືຂຽນ ຫຼື ແຕ້ມເອົາເປັນສ່ວນໃຫຍ່ ແລະ ຂຽນຄຳຂວັນຕ່າງໆ ເຊິ່ງຕົນເອງມີພື້ນຖານຢູ່ແລ້ວ.

ທ່ານ ພູວົງ ຈັນທະວົງ ກ່າວຕື່ມວ່າ: ຂ້າພະເຈົ້າເອງຮຽນຈົບຝ່າຍວິຈິດສິນມາໂດຍສະເພາະ ຈຶ່ງມີ ຄວາມຊ່ຽວຊານໃນດ້ານການແຕ້ມ, ການປັ້ນ, ແກະສະຫຼັກ, ງານຫຼໍ່. ນອກນັ້ນ, ຍັງມີຄວາມຮູ້ກ່ຽວກັບວຽກງານຫໍພິພິທະພັນ ແລະ ອະນຸສອນສະຖານຫ້ອງວາງສະແດງມູນເຊື້ອ. ສາມາດເຮັດໄດ້ ແລະ ນຳມາຕໍ່ຍອດເພື່ອສ້າງມູນຄ່າເພີ່ມໄດ້ ເຊິ່ງຖືເປັນຈຸດເດັ່ນ ແລະ ມີຄວາມແຕກຕ່າງຈາກພາກສ່ວນອື່ນໆ ໂດຍສະເພາະແມ່ນທຸລະກິດກ່ຽວກັບປ້າຍ.

ການດຳເນີນທຸລະກິດປ້າຍຖືວ່າໄປໄດ້ດີ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນແຕ່ລະປີ, ຈາກທີ່ເຄີຍໃຊ້ມືແຕ້ມ, ມາຮອດປັດຈຸບັນແມ່ນໃຊ້ເຄື່ອງຈັກ ຫຼື ເຄື່ອງເຕັກໂນໂລຊີເຂົ້າມາຊ່ວຍໝົດ. ເຖິງຢ່າງໃດກໍຕາມ, ພາຍຫຼັງເກີດການລະບາດໂຄວິດ – 19 ໃນຕົ້ນປີນີ້ ບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ. ທຸລະກິດປ້າຍກໍໄດ້ຮັບຜົນກະທົບເຊັ່ນກັນ ເນື່ອງຈາກໄດ້ປິດກິດຈະການຊົ່ວຄາວຄືກັບບັນດາບໍລິສັດອື່ນໆ ເນື່ອງຈາກວ່າບໍ່ມີລາຍຮັບເຂົ້າເລີຍ, ທ່ານ ພູວົງ ຈັນທະວົງ ກ່າວ.

ພາຍຫຼັງລັດຖະບານໄດ້ຜ່ອນຜັນຫຼາຍມາດຕະການລົງ ພວກເຮົາໄດ້ເປີດກິດຈະການຄືນໃໝ່ ເບື້ອງຕົ້ນຍັງບໍ່ຄ່ອຍມີລູກຄ້າປານໃດ, ແຕ່ເຖິງຢ່າງໃດກໍຕາມ ເພື່ອປະຄັບປະຄອງໃຫ້ທຸລະກິດຢູ່ໄດ້ ພວກເຮົາໄດ້ມີນະໂຍບາຍຫຼຸດລາຄາຄ່າບໍລິການງານປ້າຍລົງ 20% – 30% ບາງລາຍການແມ່ນຜະລິດຕາມລາຄາສົ່ງເລີຍ ຕົກມາຮອດປັດຈຸບັນຜົນປະກອບການເລີ່ມດີຂຶ້ນ.

ໃນໄລຍະໂຄວິດ – 19 ລະບາດ ທາງບໍລິສັດໄດ້ປະກອບສ່ວນນຳລັດ ໂດຍການພິມປ້າຍປິດການສັນຈອນຊົ່ວຄາວ ( ຫ້າມຜ່ານ ) ໃຫ້ກັບກອງບັນຊາການ ປກສ ເມືອງຫາດຊາຍຟອງ ລວມມູນຄ່າ 6 ກວ່າລ້ານກີບ ເພື່ອໃຊ້ເຂົ້າສະເພາະວຽກງານວິຊາສະເພາະ ໂດຍສະເພາະໄລຍະປ້ອງກັນໂຄວິດ – 19.
ທ່ານ ພູວົງ ຈັນທະວົງ ກ່າວຕື່ມວ່າ: ຈາກຈຸດເລີ່ມຕົ້ນໃນການສ້າງເສດຖະກິດຄອບຄົວ ມາຮອດປັດຈຸບັນເຮັດໃຫ້ຖານະຄອບຄົວດີຂຶ້ນ ໂດຍສະເພາະເສດຖະກິດຄອບຄົວທີ່ດີຂຶ້ນ ຈົນສາມາດສົ່ງລູກຮຽນຈົນຈົບມະຫາວິທະຍາໄລໝົດທຸກຄົນ. ສ່ວນດ້ານເຄື່ອງຈັກຜະລິດປ້າຍກໍເຊັ່ນດຽວ ແຕ່ກ່ອນໃຊ້ມືຂຽນ ຫຼື ແຕ້ມເອົາ ແຕ່ດຽວນີ້ທຸກສິ່ງຢ່າງໄດ້ມີເຄື່ອງເຕັກໂນໂລຊີທີ່ທັນສະໄໝມາຊ່ວຍ ເຮັດໃຫ້ວຽກງານປ້າຍເປັນເລື່ອງງ່າຍ ສະແດງອອກ ຄື: ບໍລິສັດໄດ້ມີເຄື່ອງພິມສະຕິກເກີ, ເຄື່ອງພິມປ້າຍວາຍນິວ, ເຄື່ອງຈັກຕັດ ແລະ ອື່ນໆ. ສ່ວນການອອກແບບແມ່ນຈະໃຊ້ລະບົບຄອມພິວເຕີໝົດ.

ສາມາດເວົ້າໄດ້ວ່າການມາສ້າງເສດຖະກິດຄອບຄົວ ນອກຈາກຈະເຮັດໃຫ້ຖານະຄອບຄົວດີຂຶ້ນແລ້ວຍັງຊ່ວຍສ້າງວຽກເຮັດງານທຳໃຫ້ຊາວໜຸ່ມຈຳນວນໜຶ່ງໄດ້ມາປະກອບອາຊີບ ເພື່ອສ້າງລາຍຮັບໄດ້ຈຳນວນໜຶ່ງ.

ໃນປັດຈຸບັນສະພາບການຫຼາຍຢ່າງຍັງບໍ່ທັນກັບມາເປັນປົກກະຕິ ໂດຍສະເພາະການລະບາດຂອງໂຄວິດ – 19 ຍັງມີການລະບາດຢູ່ ແນ່ນອນຍັງສົ່ງຜົນກະທົບຕໍ່ການດຳເນີນທຸລະກິດ. ສະນັ້ນ, ການດຳເນີນທຸລະກິດກໍຕ້ອງໄດ້ປັບໃຫ້ເຂົ້າກັບສະພາບການ, ຕ້ອງເຂົ້າໃຈລູກຄ້າ ໂດຍການມີສ່ວນຫຼຸດພິເສດ ແລະ ຈຳໜ່າຍລາຄາສົ່ງໃຫ້ ເຮັດໃຫ້ຕ່າງຄົນຕ່າງຢູ່ໄດ້.

[ ໂດຍ: ສົມລົດ; ຮູບ: ສຸກສະຫວັນ ]