ອາຊຽນກາຍເປັນຄູ່ຄ້າອັບດັບ 1 ຂອງຈີນ

98

ມູນຄ່າການຄ້າລະຫວ່າງຈີນ ກັບ ຫວຽດນາມ ຂະຫຍາຍຕົວຢ່າງກ້າວກະໂດດຢູ່ລະດັບ 18,1% ໃນ 6 ເດືອນຕົ້ນປີ 2020 ເຮັດໃຫ້ມູນຄ່າການຄ້າທະວີພາຄີຂອງສອງປະເທດຄອງອັນດັບ 1 ໃນກຸ່ມປະເທດອາຊຽນ ໂດຍໄດ້ແຮງຍູ້ຫຼັກຈາກຜະລິດຕະພັນກະສິກຳ ແລະ ການຜະລິດສິນຄ້າເອເລັກໂຕຣນິກ ສະທ້ອນເຖິງການເຕີບໂຕອັນແຂງແຮງລະຫວ່າງ ຈີນ ກັບ 10 ປະເທດອາຊຽນ.


ຂໍ້ມູນຈາກກົມໃຫຍ່ພາສີຂອງ ສປ ຈີນ ໃຫ້ຮູ້ວ່າ: ມູນຄ່າການຄ້າ ຈີນ – ອາຊຽນ ເພີ່ມຂຶ້ນ 6,6% ເມື່ອທຽບກັບໄລະຍະດຽວກັນຂອງປີຜ່ານມາ ໂດຍໃນ 7 ເດືອນຕົ້ນປີ 2020 ຍອດມູນຄ່າການຄ້າລະຫວ່າງຈີນ – ອາຊຽນ ຢູ່ທີ່ 2,51 ລ້ານລ້ານຢວນ, ສົ່ງຜົນໃຫ້ອາຊຽນກາຍເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຈີນ ໂດຍແຊງໜ້າສະຫະພາບເອີຣົບ ( ອີຢູ ) ໂດຍຄອງສັດສ່ວນ 14,6% ຂອງປະລິມານການຄ້າລະຫວ່າງປະເທດຂອງ ສປ ຈີນ.


ສ່ວນສາເຫດເຮັດໃຫ້ອາຊຽນແຊງໜ້າ ອີຢູ ນັກວິເຄາະລະບຸວ່າ: ເນື່ອງຈາກການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຄວາມຕ້ອງການຂອງຕະຫຼາດອີຢູຫຼຸດລົງ, ໃນຂະນະທີ່ການຄ້າຈີນ – ອາຊຽນເພີ່ມຂຶ້ນ ເນື່ອງຈາກເປີດການຄ້າເສລີ ແລະ ການຮ່ວມມືທີ່ດີ.