ຫຼວງພະບາງ ເປີດຕະຫຼາດນັດແຮງງານ ສົ່ງເສີມທຸລະກິດ ພ້ອມສ້າງວຽກເຮັດງານທຳ

247

ງານຕະຫລາດນັດແຮງງານທົ່ວແຂວງຫລວງພະບາງ ຄັ້ງທີ 6 ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ຢູ່ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເພື່ອສ້າງໂອກາດໃນການພົບປະ ລະຫວ່າງ ຜູ້ຊອກຫາວຽກເຮັດງານທຳ ແລະ ພາກສ່ວນຜູ້ໃຊ້ແຮງງານ, ເປັນການເປີດໂອກາດໃນການຝຶກຫັດງານ ທ້າຍສົກການສຶກສາ, ສ້າງຄວາມເຂັ້ມແຂງ ດ້ານການປະກອບອາຊີບ ແລະການມີວຽກເຮັດງານທຳ ສຳລັບນັກສຶກສາ ພ້ອມເປັນການເຊື່ອມໂຍງຄູ-ອາຈານ ແລະນັກສຶກສາເຂົ້າກັບອາຊີບຕ່າງໆ.

ທ່ານ ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ກ່າວວ່າ: ການຈັດງານຕະຫລາດນັດແຮງງານຄັ້ງນີ້ ຍັງແນ່ໃສ່ຂະຫຍາຍຄູ່ຮ່ວມງານ ແລະ ສ້າງສາຍພົວການຮ່ວມມືທີ່ດີນຳກັນໃນອານາຄົດ. ສິ່ງສຳຄັນເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ສາມາດພົບປະກັບບັນດາຜູ້ປະກອບການ, ນັກທຸລະກິດ ແລະ ອົງການຈັດຕັ້ງ ທີ່ຕ້ອງການແຮງງານ ບັນຈຸເຂົ້າໃນຕໍາແໜ່ງງານໃຫ້ມີຄວາມເໝາະສົມກັບໜ້າວຽກ.

ນອກນີ້ ຍັງຈະເປັນສ່ວນໜຶ່ງໃນການອຳນວຍຄວາມສະດວກ ແລະ ເປັນພື້ນ ຖານ ເພື່ອໃຫ້ວິທະຍາໄລໄດ້ນໍາໄປພິຈາລະນາ ປັບປຸງເນື້ອໃນຫລັກສູດ ແລະ ວິທີການສອນ ໃຫ້ມີຄວາມແທດເໝາະ ກັບສະພາບຄວາມຕ້ອງການຂອງສັງຄົມ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ ໃນຕໍ່ໜ້າ.

ການຈັດງານຕະຫລາດນັດແຮງງານຄັ້ງນີ້ ຍັງມີການສຳມະນາໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງຜົນສຳເລັດຂອງຜູ້ປະກອບການ ແລະ ນັກທຸລະກິດໜຸ່ມ ໃນການຖ່າຍຖອດຂໍ້ມູນ, ຄວາມຮູ້ປະສົບການ ກ່ຽວກັບຜົນ ສຳເລັດ ໃຫ້ກັບນັກສຶກສາໄດ້ຮຽນຮູ້ ຖອດຖອນ ເອົາບົດຮຽນ ແລະ ເກີດມີແນວຄວາມຄິດ ທີຈະເລີ່ມທຸລະກິດໃນອະນາຄົດ ເພື່ອສ້າງອາຊີບທີ່ໝັ້ນຄົງໃຫ້ກັບຕົນເອງ.

ທີ່ມາ: ປະເທດລາວ