ເຂົ້າຕົ້ມຖົ່ວດຳໄສ້ກ້ວຍ ສູດບ້ານໆ ແຊບຖືກໃຈ

182

ເຂົ້າຕົ້ມມັດເອີ້ນໄດ້ວ່າເປັນອາຫານທີ່ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່ແມ່ນເຄີຍກິນມາແລ້ວ ເພາະເປັນອາຫານຫວານຢ່າງໜຶ່ງທີ່ເພິ່ນມັກຈະເຮັດໃນບຸນປະເພນີຕ່າງໆ ເພື່ອຈະໄດ້ນຳເອົາມາໃສ່ບາດ ຫຼື ແມ້ແຕ່ເຮືອນບຸນກິນທານກໍມີເຂົ້າຕົ້ມເຂົ້າໜົມເຊັ່ນກັນ.

ດັ່ງນັ້ນ, ຈຶ່ງເປັນເຂົ້າໜົມທີ່ມີຄູ່ທຸກງານບຸນປະເພນີຂອງຄົນລາວຊາວພຸດ ແລະ ມື້ນີ້ເຮົາກໍມີສູດການເຮັດເຂົ້າຕົ້ມມາຝາກຜູ້ອ່ານໄດ້ເຮັດໄປນຳກັນ.

ເຄື່ອງປະກອບມີ

ເຂົ້າໜຽວ 3 ຖ້ວຍ (ຕ້ອງເອົາໄປແຊ່ນ້ຳກ່ອນຢ່າງໜ້ອຍ 1 ຊົ່ວໂມງ)

ຖົ່ວດຳ 1 ຖ້ວຍຕ້ອງແຊ່ນ້ຳ 1 ຊົ່ວໂມງ

ນ້ຳຕານ 1 ຖ້ວຍນ້ອຍ

ເກືອ 1 ບ່ວງກາເຟ

ໝາກພ້າວຂູດເພື່ອໄວ້ໃສ່ໂຮຍໜ້າເຂົ້າຕົ້ມ

ໝາກກ້ວຍ 5 ໜ່ວຍ

ໃບຕອງລ້າງໃຫ້ສະອາດສຳລັບໄວ້ຫໍ່

ຂັ້ນຕອນໃນການເຮັດເຂົ້າຕົ້ມ

ກ່ອນອື່ນຕ້ອງນຳເຂົ້າໜຽວທີ່ແຊ່ໄວ້ມາປະສົມກັບຖົ່ວດຳປຸງລົດດ້ວຍນ້ຳຕານ ແລະ ເກືອ ຄົນໃຫ້ເຂົ້າກັນດີແລ້ວນຳມາຫໍ່ໂດຍໃສ່ໝາກກ້ວຍມັດໃຫ້ແໜ້ນ ຈາກນັ້ນນຳໄປຕົ້ມ ໃຊ້ເວລາ 1-2 ຊົ່ວໂມງສຸກດີແລ້ວປະໄວ້ໃຫ້ເຢັນດີແລ້ວນຳມາຕັດເປັນຕ່ອນໂຮຍໜ້າດ້ວຍໝາກພ້າວຂູດຕາມໃຈມັກ.