ສູດເຮັດ “ໄຂ່ເຄັມ” ຖະໜອມອາຫານໄວ້ກິນດົນ

238

ເວົ້າເຖິງເລື່ອງການຖະນອມອາຫານແລ້ວ ຫຼາຍບ້ານກໍຈະມີວິທີທີ່ແຕກຕ່າງກັນໄປຂອງຊະນິດອາຫານ ແຕ່ມື້ນີ້ເຮົາມີສູດໃນການເຮັດໄຂ່ເຄັມມາໃຫ້ແມ່ບ້ານ ເປັນອາຫານທີ່ສາມາດເກັບຮັກສາໄວ້ໄດ້ດົນ ແລະ ບໍ່ເນົ່າເສຍໄວ.

ວັດຖຸດິບ

ເກືອ 1 ກິໂລ

ນ້ຳສະອາດ 1.5 ລິດ

ໄຂ່ເປັດສົດສະອາດ 30 ຫນ່ວຍ

ຂວດໂຫຼ ພາສະນະບັນຈຸ ຂະໜາດ 3-5 ລິດ

ຖົງຢາງໃສ ຮ່າຍນ້ຳໃສ່ມັດໃຫ້ແໜ້ນ ໄວ້ເຕັງໄຂ່ ເພື່ອບໍ່ໃຫ້ໄຂ່ຟູ

ວິທີເຮັດ

1 ກຽມໄຂ່ເປັດລ້າງໄຂ່ເປັດໃຫ້ສະອາດດ້ວຍນ້ຳ ເຊັດເອົາຂີ້ເປັດຫລືສິ່ງເປິະເປື້ອນອອກໃຫ້ສະອາດດີ ແລະ ເຊັດແຫ້ງໃຫ້ສະອາດ.

2 ຕົ້ມນ້ຳດອງເກືອ ໝໍ້ຈະຕ້ອງມີຂະໜາດບັນຈຸ 3-5 ລິດ ເພື່ອຈະເທນ້ຳລົງໃສ່ໃຫ້ພໍດີຫມໍ້ ຈາກນັ້ນເທເກືອລົງໃສ່ທັງໝົດ ເປີດໄຟກາງ ແລ້ວຄົນໃຫ້ເກືອລະລາຍດີ ບໍ່ຕ້ອງໃຫ້ນ້ຳຝົດ ຕົ້ມພໍແຕ່ເກືອລະລາຍຈົນໝົດແລ້ວຍົກລົງ ປະໄວ້ໃຫ້ເຢັນຕາມອຸນຫະພູມຫ້ອງ.

3 ກຽມກ່ອງເພື່ອໃຊ້ດອງ ກ່ອງຈະຕ້ອງມີຂະໜາດໃຫຍ່ (ຂະໜາດບັນຈຸ 3-5 ລິດ) ຫຼື ຂວດໂຫຼໃຫຍ່ກໍໄດ້ ລ້າງເຊັດໃຫ້ສະອາດດີ.

4 ນຳເອົາໄຂ່ລົງໃສ່ໃນກ່ອງຢ່າງລະມັດລະວັງ ວາງຈົນເຕັມ ຈາກນັ້ນເທນ້ຳເກືອທີ່ເຢັນດີແລ້ວ ລົງໃສ່ຈົນໝົດ (ໄຂ່ຈະຟູລອຍຂຶ້ນມາ ວິທີງ່າຍໆແມ່ນໃຫ້ນຳເອົາ ຖົງຢາງໃສ ຮ່າຍນ້ຳໃສ່ມັດໃຫ້ແໜ້ນໄວ້ເຕັງໄຂ່ ເພື່ອບໍ່ໃຫ້ໄຂ່ຟູ ກະວ່າເວລາເຮົາປິດຝາກ ບໍ່ໃຫ້ແໜ້ນຈົນເຕັງໄຂ້ເກີນໄປ ເຕັງພໍບໍ່ໃຫ້ໄຂ່ຟູຂຶ້ນກໍພໍ.

5 ຈາກນັ້ນປິດຝາໄວ້ ເກັບໄວ້ໃນບ່ອນທີ່ອາກາດຖ່າຍເທ ແຕ່ບໍ່ໃຫ້ຖືກແສງແດດ ປະໄວ້ປະມານ 2-3 ອາທິດ ແລ້ວຄ່ອຍເອົາອອກມາຕົ້ມທົດລອງ ເທື່ອລະໜ່ວຍ ຈົນກວ່າຈະໄດ້ຄວາມເຄັມທີ່ພໍດີ ກໍສາມາດນຳເອົາມາປຸງແຕ່ງເປັນເມນູອາຫານໄດ້.