ໂຮງຮຽນໃໝ່ບ້ານຫ້ວຍຕັ້ງນາຍໃກ້ເປັນຈິງ ຫຼັງໂຄງການຮ່ວມປັນຮັກຈັດງານລະດົມທຶນຊ່ວຍສໍາເລັດ

143

ສໍາເລັດໄປແລ້ວສໍາລັບງານເດີນແບບການກຸສົນ ຮ່ວມປັນຮັກ Better Together Fashion Show Charity ຫາລາຍໄດ້ສົມທົບທຶນສ້າງໂຮງຮຽນໃຫ້ກັບບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ ໂດຍມີບັນດານາງແບບ ນາຍແບບແຖວໜ້າຂອງວົງການບັນເທີງລາວເຂົ້າຮ່ວມຢ່າງຫຼວງຫຼາຍ ເຊິ່ງລາຍໄດ້ຈາກງານດັ່ງກ່າວ ຫຼັງຫັກຄ່າໃຊ້ຈ່າຍທັງໝົດແລ້ວ ຈະນໍາໄປປະກອບສ່ວນສ້າງໂຮງຮຽນທີ່ກ່າວມາຂ້າງເທິງ.

ງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 29-30 ສິງຫາ 2020 ທີ່ຜ່ານມາ ທີ່ ໂຮງແຮມ ລາວເທວ ວຽງຈັນ ໂດຍມີ ທ່ານ ລໍາເງິນ ວົງພະຈັນ ປະທານສະມາຄົມກູ້ໄພ ນະຄອນຫຼວງວຽງຈັນ 1624 , ທ່ານ ນາງວົງຈັນ ບົວແພງ ປະທານໂຄງການ ຮ່ວມປັນຮັກ Better together ພ້ອມບັນດາພາກສ່ວນກ່ຽວຂ້ອງວ, ຫ້ອງເສື້ອ, ນັກອອກແບບ, ນາງແບບນາຍແບບ ແລະ ສື່ມວນຊົນເຂົ້າຮ່ວມ.

ເວົ້າຄືນເຖິງໂຄງການນີ້ ເປັນໂຄງການທີ່ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ (1624), ໂຮງແຮມລາວເທວ ວຽງຈັນ, ບໍລິສັດ ກ້າວໜ້າ ເອັນເຕີເທັນເມັນ, ຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ພ້ອມດ້ວຍເຫຼົ່າບັນດາຄົນວົງການບັນເທີງທັງນາງແບບ, ນາຍແບບ, ນັກສະແດງ, ນັກອອກແບບ, ເຈົ້າຂອງຍີ່ຫໍ້ສິນຄ້າຊື່ດັງຂອງລາວຫຼາຍກວ່າ 20ຍີ່ຫໍ້ຮ່ວມມືກັນຈັດຂຶ້້ນ ດ້ວຍຈຸດປະສົງດຽວກັນຄື ລະດົມທຶນຊ່ວຍເຫຼືອເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະແມ່ນຫາທຶນສ້າງໂຮງຮຽນໃຫ້ແກ່ເດັກນ້ອຍຢູ່ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ.

ພາຍໃນງານ Better Together Fashion Show Charity ແມ່ນມີ show ເດີນແບບຈາກຫ້ອງເສື້ອ ແລະ ເຄື່ອງປະດັບຕ່າງໆທີ່ເຂົ້າຮ່ວມໂຄງການ ພ້ອມມີການປະມູນບັນດາເສື້ອຜ້າ ແລະ ເຄື່ອງປະດັບບາງຊຸດທີ່ນາງແບບນາຍແບບສວມໃສ່ ເອີ້ນໄດ້ວ່າງານນີ້ນອກຈາກຈະໄດ້ຮັບຊົມສິ່ງສວຍງາມ ອີ່ມໃຈໄປກັບshow ຕ່າງໆແລ້ວ ແຂກຫຼາຍທ່ານຍັງໄດ້ຮັບເຄື່ອງງາມໆຕິດໄມ້ຕິດມືກັບໄປນໍາ.

ດ້ານລາຍໄດ້ຈາກບັດເຂົ້າຊົມງານ Better Together Fashion Show Charity ໃນຄັ້ງນີ້ ມີທັງໝົດ 600ບັດ ໃນນັ້ນບັດເຂົ້າຊົມໃນລາຄາ VIP 300.000ກີບ(ຈຳນວນ400ບັດ) ແລະ VVIP 500.000ກີບ(ຈຳນວນ200ບັດ).