ຕະຫຼາດາສົ່ງອອກໃຫຍ່ສຸດຂອງຫວຽດນາມແມ່ນອາເມລິກາ

113

ຂໍ້ມູນຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ຍອດມູນຄ່າການຄ້າຂອງ ສສ ຫວຽດນາມ ໃນ 8 ເດືອນຕົ້ນປີ 2020 ບັນລຸ 46 ຕື້ໂດລາສະຫະລັດ, ໃນນັ້ນການສົ່ງອອກບັນລຸ 26,1 ຕື້ໂດລາສະຫະລັດ ຫຼຸດລົງ 0,9% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ແລະ ອື່ນໆ.

ໃນຂະນະທີ່ການນຳເຂົ້າບັນລຸ 19,9 ຕື້ໂດລາສະຫະລັດ ຫຼຸດລົງ 2,5% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.
ສະຫະລັດອາເມຣິກາ ຍັງເປັນຕະຫຼາດຫຼັກ ແລະ ເປັນຕະຫຼາດໃຫຍ່ຂອງຫວຽດນາມ ໃນການສົ່ງອອກສິນຄ້າມີມູນຄ່າ 6,3 ຕື້ກວ່າໂດລາສະຫະລັດ ເພີ່ມຂຶ້ນ 14,2% ຕາມມາດ້ວຍ ສປ ຈີນ ບັນລຸ 6,2 ຕື້ກວ່າໂດລາສະຫະລັດ ຫຼຸດລົງ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.