ກົມອຸດສາຫະກຳ ແລະ ຫັດຖະກຳ ລົງຊຸກຍູ້ຜູ້ປະກອບການໂຮງສີເຂົ້າໃຫ້ໄດ້ມາດຕະຖານ

520

ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະວິຊາການ ແລະ ຕາງໜ້າຝ່າຍຄວບຄຸມຄຸນນະພາບຂອງ ບໍລິສັດ ເບຍລາວ ຈໍາກັດ ໄດ້ລົງຕິດຕາມຊຸກຍູ້ສົ່ງເສີມໂຮງສີເຂົ້າສຸທັດ ຕັ້ງຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 27 ສິງຫາ 2020 ເພື່ອປັບປຸງຍົກລະດັບໂຮງສີເຂົ້າໃນການຜະລິດເປັນສິນຄ້າ ໃຫ້ໄດ້ມາດຕະຖານການຜະລິດທີ່ດີ ( ມາດຕະຖານ GMP ) ສະໜອງໃຫ້ຜູ້ບໍລິໂພກຕະຫຼາດພາຍໃນ ແລະ ຕ່າງປະເທດ.

ເຊິ່ງປັດຈຸບັນເຫັນວ່າ ຄວາມຕ້ອງການເຂົ້າສານນັບມື້ສູງຂຶ້ນ ເຊັ່ນ: ການບໍລິໂພກທົ່ວໄປ, ການສະໜອງໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງ ເພື່ອຜະລິດແປຮູບເປັນຜະລິດຕະພັນອື່ນ ລວມທັງການຜະລິດເພື່ອສົ່ງອອກ ຕ່າງກໍຮຽກຮ້ອງໃຫ້ໄດ້ມາດຕະຖານການຜະລິດທີ່ດີ.


ທັງນີ້, ການລົງຊຸກຍູ້ໃນຄັ້ງນີ້ທາງຄະນະຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນທີ່ຈະຕ້ອງໄດ້ບຸກບືນໃນການປັບປຸງໂຮງສີເຂົ້າໃຫ້ໄດ້ມາດຕະຖານ GMP ເພື່ອເປັນເງື່ອນໄຂໃນການແຂ່ງຂັນການເຂົ້າຫາຕະຫຼາດຈໍາໜ່າຍ.
( ຂໍ້ມູນ: ກົມອຸດສາຫະກຳ ແລະ ຫັດຖະກຳ )
[ ຂ່າວ: ສັນຕິ ]