ກອງປະຊຸມລັດຖະມົນຕີອາເຊັບ ຄັ້ງທີ 8 ເນັ້ນສືບຕໍ່ເປີດຕະຫຼາດສິນຄ້າໃຫ້ກັນ

159

ກອງປະຊຸມສັນຍາການຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນ ຫຼື ອາເຊັບ ຄັ້ງທີ 8 ເນັ້ນໃຫ້ປະເທດສະມາຊິກສືບຕໍ່ປະຕິບັດນະໂຍບາຍການເປີດຕະຫຼາດຂອງຕົນໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະໃນປະເພດສິນຄ້າ ແລະ ການບໍລິການທີ່ສຳຄັນ ພ້ອມຮຽກຮ້ອງໃຫ້ມີການຍົກລະດັບກ່ຽວກັບຂອດການປະສານງານ ແລະ ການຮ່ວມມື ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19.

ວັນທີ 27 ສິງຫາ 2020 ຜ່ານມາ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ ບັນດາລັດຖະມົນຕີຂອງສັນຍາການຮ່ວມມືທາງເສດຖະກິດແບບຮອບດ້ານລະດັບພາກພື້ນ ຄັ້ງທີ 8 ( 8th RCEP Ministerial Meeting ) ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຂຶ້ນພາຍໃຕ້ການເປັນປະທານໂດຍ ທ່ານ Tran Tuan Anh ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ Vangelis Vitalis ຮອງລັດຖະມົນຕີກະຊວງການຄ້າ ແລະ ເສດຖະກິດນູແວນເຊລັງ ເຊິ່ງມີບັນດາລັດຖະມົນຕີກະຊວງການຄ້າປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມ ເຊັ່ນ: ອົສຕຣາລີ, ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ນູແວນເຊລັງ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.


ກອງປະຊຸມໃນຄັ້ງນີ້ແມ່ນໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາສິ່ງທ້າທາຍ ອັນເນື່ອງມາຈາກການແຜ່ລະບາດໄປທົ່ວໂລກຂອງພະຍາດໂຄວິດ – 19 ທີ່ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດທັງທາງດ້ານການຄ້າ ແລະ ການລົງທຶນຕໍ່ບັນດາປະເທດສະມາຊິກ RCEP ທັງໃນພາກພື້ນ ແລະ ສາກົນ ໂດຍລວມ. ຕໍ່ສະພາບການນັ້ນບັນດາລັດຖະມົນຕີອາເຊັບ ໄດ້ສະແດງ ຄວາມເປັນຫ່ວງ ແລະ ເຫັນວ່າສິ່ງທ້າທາຍທີ່ກ່າວມາຂ້າງເທິງນັ້ນ ພ້ອມໄດ້ຮຽກຮ້ອງໃຫ້ບັນດາປະເທດໃນຂົງເຂດພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະກໍຄືບັນດາປະເທດທີ່ເຂົ້າຮ່ວມການເຈລະຈາໃນສັນຍາ RCEP ຕ້ອງໄດ້ສືບຕໍ່ປະຕິບັດນະໂຍບາຍການເປີດຕະຫຼາດຂອງຕົນໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະໃນປະເພດສິນຄ້າ ແລະ ການບໍລິການທີ່ສຳຄັນ ເຊິ່ງສິ່ງທ້າທາຍດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ມີການຍົກລະດັບກ່ຽວກັບຂອດການປະສານງານ ແລະ ການຮ່ວມມື ເພື່ອຮັບມືກັບການແຜ່ລະບາດໄປທົ່ວໂລກຂອງພະຍາດໂຄວິດ – 19.


ພ້ອມນັ້ນ, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມຄືບໜ້າຂອງການເຈລະຈາ ທ່າມກາງຂໍ້ຈຳກັດຈາກການແຜ່ລະບາດຂອງພະຍາດດັ່ງກ່າວຂ້າງເທິງ ພ້ອມທັງໄດ້ຮັບຊາບເຖິງຄວາມໝາຍ ໝັ້ນອັນສຳຄັນຂອງສັນຍາ RCEP ໂດຍສະເພາະການກະກຽມສຳລັບການລົງນາມໃນຂໍ້ຕົກລົງ RCEP ໃນກອງປະຊຸມສຸດຍອດບັນດາຜູ້ນຳ RCEP ຄັ້ງທີ 4 ໃນທ້າຍເດືອນພະຈິກ 2020 ທີ່ ສສ ຫວຽດນາມ ເພື່ອຈະເປັນການຊ່ວຍສ້າງເພີ່ມຄວາມເຊື່ອໝັ້ນໃຫ້ແກ່ການພັດທະນາທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ພ້ອມທັງເປັນການຮັກສາຄວາມໝັ້ນຄົງຂອງລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະ ໂລກ, ການສະໜັບສະໜູນຕໍ່ການເປີດກວ້າງໃນດ້ານຕ່າງໆ ແລະ ລະບົບການຄ້າຫຼາຍຝ່າຍເປັນຕົ້ນ.


ພ້ອມດຽວກັນນີ້, ບັນດາລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນທີ່ສັນຍາ RCEP ສາມາດຊ່ວຍຊຸກຍູ້ໃນການຟື້ນຟູເສດຖະກິດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຄືການປະກອບສ່ວນອັນສໍາຄັນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດທັງໃນລະດັບພາກພື້ນ ແລະ ໂລກ.