7 ເດືອນ ແຂວງສະຫວັນນະເຂດ ເກັບລາຍຮັບໄດ້ບໍ່ເຖິງເຄິ່ງຂອງແຜນປີ

105

ປີນີ້ໜັກໜ່ວງທັງທຸລະກິດ-ການຜະລິດ ການເກັບລາຍຮັບຂອງພາກລັດກໍ່ເຊັ່ນດຽວກັນ ພະຍາດລະບາດໂຄວິດ-19 ກະທົບໄປໝົດ ສົ່ງຜົນໃຫ້ 7 ເດືອນຂອງປີແຂວງສະຫວັນນະເຂດ ເກັບລາຍຮັບງົບປະມານໄດ້ພຽງ 741 ຕື້ກວ່າກີບ ເທົ່າກັບ 45,81% ຂອງແຜນການປີ; ຖ້າທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 1,75%.


ທ່ານ ແສນສັກ ສຸລິສັກ ຫົວ ໜ້າພະແນກການເງິນແຂວງ ສະຫວັນນະເຂດ ໄດ້ລາຍງານໂດຍສັງເຂບຕໍ່ຄະນະຊຸກຍູ້ການຈັດເກັບລາຍຮັບຂອງກະຊວງການເງິນທີ່ແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ.


ເວົ້າສະເພາະກ່ຽວກັບການຈັດເກັບລາຍຮັບງົບປະມານ 7 ເດືອນປີ 2020 ທົ່ວແຂວງສາມາດເກັບລາຍຮັບໄດ້ 741,30 ຕື້ກີບ ເທົ່າກັບ 45,81% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 1,75%. ໃນນີ້, ລາຍຮັບ ພູດຂອງສູນກາງປະຕິບັດ ຢູ່ແຂວງ ປະຕິບັດໄດ້ 434,37 ຕື້ກີບ ເທົ່າກັບ 50,85% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 7,52%.


ຢ່າງໃດກໍຕາມ, ສະພາບໂດຍລວມກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ 7 ເດືອນປີ 2020 ສາມາດສັງເກດຕີລາຄາໄດ້ດ້ານຕັ້ງໜ້າ ຍ້ອນມີການຊີ້ນໍາໆພາຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍຈາກການນໍາຂັ້ນແຂວງຂັ້ນສູນກາງຢ່າງເປັນປົກກະຕິ; ມີບົດແນະນໍາໃນການສ້າງແຜນງົບປະມານ ແລະ ແຈ້ງແຜນງົບປະມານໃຫ້ແຂວງແຕ່ຕົ້ນປີ. ພ້ອມນັ້ນ, ການນໍາຂອງແຂວງໄດ້ອອກບົດແນະນໍາໃນການຈັດຕັ້ງປະຕິບັດແຜນງົບປະມານປີ 2020, ມີການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບປະເພດຕ່າງໆ.


ຄຽງຄູ່ກັນນີ້, ເຖິງວ່າຈະມີຄວາມພະຍາຍາມຢ່າງຕັ້ງໜ້າ ແຕ່ການປະຕິບັດແຜນລາຍຮັບ – ລາຍຈ່າຍກໍຍັງໄດ້ຮັບຜົນກະທົບຈາກບັນຫາຕ່າງໆ ເປັນຕົ້ນ: ກະຊວງການເງິນໄດ້ມີການປັບປຸງ 3 ກົດໝາຍ ກ່ຽວກັບວຽກງານສ່ວຍ0ສາອາກອນ ແລະ ມີຜົນບັງຄັບໃຊ້ໃນປີ 2020 ຈຶ່ງມີຜົນກະທົບເບື້ອງຕົ້ນຕໍ່ການຈັດເກັບລາຍຮັບຂອງແຂວງ, ປີ 2020 ພະຍາດໂຄວິດ – 19 ແຜ່ລະບາດໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ, ການນໍາເຂົ້າ – ສົ່ງອອກ, ການຜະລິດ, ການບໍລິການ; ບັນດາຫົວໜ່ວຍທຸລະກິດ, ໂຮງຈັກ – ໂຮງງານ ແລະ ບັນດາອົງການຈັດຕັ້ງລັດເຮັດໃຫ້ມີຜົນກະທົບ.


ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ມີທິດຊີ້ນຳໃນການປະຕິບັດວຽກງານຕ່າງໆເພື່ອໃຫ້ມີຄວາມສະດວກ ແລະ ສອດຄ່ອງກັບສະພາບຕົວຈິງ, ເພີ່ມທະວີການປະສານງານກັນລະຫວ່າງຂະແໜງການໃຫ້ໄປທາງດຽວກັນ ເປັນຕົ້ນ: ຕ້ອງໄດ້ຊອກຖານຂໍ້ມູນໃນການສ້າງແຜນການຈັດເກັບລາຍຮັບເຂົ້າໃນຂະແໜງການ, ຕ້ອງສຸມໃສ່ມາດຕະການຈຸດສຸມໃນການຈັດຕັ້ງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມລະດັບຄາດໝາຍ.
( ເນື້ອໃນ – ຮູບ: ອາພັດສະລາ )