ຄຳມ່ວນ, ສະຫວັນ ແລະບໍລິຄຳໄຊຈະຮ່ວມແກ້ໄຂ ເຂດຊາຍແດນຮ່ວມ ຕີຖອຍພວກສວຍໂອກາດ

187

3 ແຂວງລະຫວ່າງບໍລິຄຳໄຊ, ຄຳມ່ວນ ແລະສະຫວັນນະເຂດໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງໃນວັນທີ 27-28 ສິງຫາ 2020 ທີ່ແຂວງຄຳມ່ວນ ໂດຍມີທ່ານ  ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແກ້ໄຂ ເຂດແດນເຊື່ອມຕໍ່, ມີບັນດາຮອງເຈົ້າແຂວງ ແລະ ຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ ພ້ອມດ້ວຍບັນດາເມືອງ ທີ່ມີຊາຍແດນເຊື່ອມຕໍ່ ທັງ 3 ແຂວງເຂົ້າຮ່ວມ.

ຜ່ານການຄົ້ນຄວ້າປຶກສາຫາລືເປັນເວລາ 2 ວັນ ແມ່ນສາມາດແກ້ໄຂບັນດາຈຸດເຂດແດນເຊື່ອມຕໍ່ທີ່ຍັງບໍ່ທັນ ເປັນເອກະພາບ ໄດ້ໂດຍພື້ນຖານໂດຍສະເພາະເຂດແດນລະຫວ່າງແຂວງຄຳມ່ວນ ກັບ ແຂວງບໍລິຄຳໄຊ ເຊິ່ງຄະນະຮັບ ຜິດຊອບແກ້ໄຂເຂດແດນ ທັງສອງແຂວງ ທີ່ໄດ້ເຂົ້າຮ່ວມກອງປະຊຸມແມ່ນໄດ້ຮ່ວມເຊັນບົດບັນທຶກ ເພື່ອເປັນພື້ນຖານ ບ່ອນອີງໃຫ້ແກ່ວຽກງານປົກຄອງທ້ອງຖິ່ນ ເພື່ອເຮັດໃຫ້ເຂດແດນການປົກຄອງມີຄວາມຖືກຕ້ອງ, ລະອຽດ, ຊັດເຈນ, ການຄຸ້ມຄອງພົນລະເມືອງ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສາມາດສະກັດກັ້ນໄດ້ການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ດີ ໃນການແບ່ງແຍກຄວາມສາມັກຄີພາຍໃນ, ການຂຸດຄົ້ນ ຊັບພະຍາກອນທຳມະຊາດທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ແລະ ປະກົດການຫຍໍ້ທໍ້ອື່ນໆ, ເປັນການສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ບໍລິເວນເຂດແດນເຊື່ອມຕໍ່ໃນການດຳລົງຊີວິດ ແລະ ທຳການຜະລິດ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.

ສຳລັບເຂດແດນລະຫວ່າງແຂວງຄຳມ່ວນ ກັບ ແຂວງສະຫວັນນະເຂດ ທີ່ໄດ້ຮ່ວມປຶກສາຫາລື ແຕ່ຍັງບໍ່ມີຄວາມ ເປັນເອກະພາບກັນ ແມ່ນໃຫ້ສືບຕໍ່ລົງສຳຫຼວດເກັບກຳຂໍ້ມູນພື້ນຖານຕົວຈິງ ແລະ ທາບທາມເອົາຄວາມຄິດເຫັນ ຂອງປະຊາຊົນທີ່ໃສຢູ່ບໍລິເວນເຂດແດນເຊື່ອມຕໍ່ ເພື່ອພ້ອມກັນວາງແຜນແກ້ໄຂໃນຂັ້ນຕໍ່ໄປ.

ຂ່າວຈາກ: Khamman News