ໄຂ້ເລືອດອອກຍັງໜັກ ມື້ດຽວມີຜູ້ຕິດເຊື້ອ 56 ກໍລະນີ, ເສຍຊີວິດເພີ່ມ 1 ຄົນ

281

ນັບແຕ່ຕົ້ນປີ 2020 ຫາປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອຈາກພະຍາດໄຂ້ຍຸງລາຍສະສົມທັງໝົດ 5.593 ຄົນ, ເສຍຊີວິດແລ້ວ 10 ກໍລະນີ. ໂດຍແຂວງທີ່ມີການລາຍງານພົບຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ມີເຖິງ 1.300 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 654 ຄົນ, ແຂວງວຽງຈັນ 597 ຄົນ, ບໍ່ແກ້ວ 544 ຄົນ ແລະ ສະຫວັນນະເຂດ 519 ຄົນ ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 10 ຄົນ. ໃນນີ້, ນະຄອນຫຼວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ.

ສຳລັບກໍລະນີທີ 10 ທີ່ເສຍຊີວິດ ຈາກພະຍາດໄຂ້ຍຸງລາຍ ແມ່ນເປັນເພດຍິງ, ອາຍຸ 32 ປີ, ບ້ານ ທ່າສາລາຄຳ, ເມືອງ ທ່າປາງທອງ, ແຂວງສະຫວັນນະເຂດ, ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດຕົນໂຕ ແລະ ໄດ້ມາກວດຢູ່ໂຮງໝໍເມືອງ ໃນວັນທີ 15 ສິງຫາ 2020, ທ່ານໝໍສົງໄສວ່າເປັນພະຍາດໄຂ້ເລືອດອອກ ໄດ້ມີການຕິດຕາມອາການ ແລະ ທຳການຮັກສາ ໃນຊ່ວງໄລຍະດັ່ງກ່າວ ອາການຂອງຜູ້ກ່ຽວ ເລີ່ມບໍ່ດີຂຶ້ນ ຖ່າຍເປັນສີດຳ, ເມື່ອຍ, ກະວົນກະວາຍ ແພດຈຶ່ງໄດ້ນຳສົ່ງໄປໂຮງໝໍແຂວງ. ຫຼັງຈາກນັ້ນ ຜູ້ກ່ຽວມີອາການຮາກ, ຖ່າຍເປັນສີດຳ, ອິດເມື່ອຍຈືດມ້ານ, ແໜ້ນທ້ອງ, ຄວາມດັນເລືອດຕ່ຳ, ໄອຝອດແກມເລືອດ ແລະ ມີອາການຊັກ. ຫຼັງຈາກນັ້ນຜູ້ກ່ຽວໄດ້ເສຍຊີວິດໃນວັນທີ 20 ສິງຫາ 2020 ຜົນກວດວິເຄາະພົບວ່າ ຕິດເຊື້ອພະຍາດໄຂ້ຍຸງລາຍ.


(ພາບປະກອບ)

ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງໄດ້ ໃຫ້ຖືວ່າແມ່ນໜ້າທີ່, ຄວາມຮັບຜິດຊອບຂອງໝົດທຸກຄົນ. ຖ້າຫາກທ່ານເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ ແລະ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.