ນ້ຳຖ້ວມອັຟການິດສະຖານ ມີຜູ້ເສຍຊີວິດ 100 ຄົນ

178
TOPSHOT - Youths sit on an overturned vehicle after flash floods triggered by heavy rainfalls affected the area in Jalalabad on August 26, 2020. - Rescue workers in Afghanistan searched on August 26 for survivors of flash floods that killed at least 100 people and destroyed hundreds of houses in a city north of Kabul, officials said. (Photo by NOORULLAH SHIRZADA / AFP) (Photo by NOORULLAH SHIRZADA/AFP via Getty Images)

ສຳນັກຂ່າວເອເອັຟພີ ລາຍງານວ່າ: ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມໄຫຼຊຸແຮງຢູ່ເມືອງຊາຣີກາ ເຊິ່ງຕັ້ງຢູ່ທາງພາກເໜືອຂອງນະຄອນຫຼວງກາບູລ ປະເທດອັຟການິດສະຖານ ໂດຍມີລາຍງານວ່າມີຜູ້ເສຍຊີວິດຈາກເຫດການນ້ຳຖ້ວມຄັ້ງນີ້ຢ່າງໜ້ອຍ 100 ຄົນແລ້ວ, ຂະນະທີ່ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ຍັງຄົງເລັ່ງຄົ້ນຫາຜູ້ລອດຊີວິດທີ່ຕິດຢູ່ຕາມບ້ານເຮືອນຂອງປະຊາຊົນ.


ກະຊວງບໍລິຫານຈັດການໄພພິບັດຂອງອັຟການິດສະຖານລາຍງານວ່າ: ນອກຈາກມີຜູ້ເສຍຊີວິດ 100 ຄົນແລ້ວ ຍັງມີຜູ້ບາດເຈັບອີກ 100 ກວ່າຄົນ ແລະ ບ້ານເຮືອນຂອງປະຊາຊົນໄດ້ຮັບຄວາມເສຍຫາຍ 500 ກວ່າຫຼັງ ຈາກນ້ຳໄຫຼຊຸແຮງຄັ້ງນີ້.