ຈີນ ປະນາມ ອາເມຣິກາ ທີ່ສົ່ງຍົນສອດແນມລົບກວນການຊ້ອມຮົບ

100
The People's Republic of China flag and the U.S. Stars and Stripes fly along Pennsylvania Avenue near the U.S. Capitol in Washington during Chinese President Hu Jintao's state visit, January 18, 2011. Hu arrived in the United States on Tuesday for a state visit with U.S. President Barack Obama that is aimed at strengthening ties between the world's two biggest economies. REUTERS/Hyungwon Kang (UNITED STATES - Tags: POLITICS)

ກະຊວງປ້ອງກັນປະເທດຈີນ ອອກຖະແຫຼງການປະນາມສະຫະລັດອາເມຣິກາ ທີ່ສົ່ງຍົນ U – 2 ເຊິ່ງເປັນຍົນສອດແນມເຂົ້າສູ່ນ່ານຟ້າຫ້າມບິນ ບໍລິເວນທີ່ກອງທັບປະຊາຊົນຈີນ ກຳລັງຊ້ອມຮົບດ້ວຍລູກປືນແທ້ ເມື່ອວັນທີ 25 ສິງຫາຜ່ານມາ ໂດຍລະບຸວ່າ: ການກະທຳດັ່ງກ່າວເປັນການຍຸແຍ່ຂອງສະຫະລັດ.

ໃນຂະນະທີ່ສະຫະລັດກໍໄດ້ອອກຖະແຫຼງການໂດຍລະບຸວ່າ: ການລາດຕະເວນດັ່ງກ່າວມີຂຶ້ນໃນພູມີພາກອິນໂດ – ປາຊີຟິກ ແລະ ເປັນໄປຕາມລະບຽບຂໍ້ບັງຄັບດ້ານການບິນນາໆຊາດ ພ້ອມຢືນຢັນວ່ານັກບິນຂອງກອງທັບອາກາດຍັງຈະສືບຕໍ່ປະຕິບັດການບິນໃນທຸກໆພື້ນທີ່ທີ່ກົດໝາຍສາກົນອະນຸຍາດ ເຊິ່ງໄລຍະເວລາ ແລະ ຄວາມຖີ່ນັ້ນ ອາເມຣິກາ ເປັນຜູ້ເລືອກເອງ.