ໄຊສົມບູນຫາລືການສືບຕໍ່ປະຕິບັດ ຄໍາສັ່ງເລກທີ 15/ນຍ

110

ກອງປະຊຸມປຶກສາຫາລື ກ່ຽວກັບການສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ຂອງຄະນະສະເພາະກິດ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ສິງຫາ 2020 ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະສະເພາະກິດ ເພື່ອລົງກວດກາ, ຕິດຕາມການເຄື່ອນໄຫວສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ໃນຂອບເຂດທົ່ວແຂວງໄຊສົມບູນ.

ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ໃນການປະກອບຄໍາຄິດເຫັນ ດ້ວຍຄວາມຮັບຜິດຊອບສູງ ໂດຍເນັ້ນໃສ່ຈຸດດີ, ຈຸດອ່ອນ ແລະ ບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນຄົ້ນຄວ້າຊອກຫາວິທີແກ້ໄຂໃນຕໍ່ໜ້າ.

ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານບັນດາແຈ້ງການຕ່າງໆທີ່ຕິດພັນກັບການປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ພ້ອມທັງຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ຢູ່ແຂວງໄຊສົມບູນ ເຊິ່ງໃນໄລຍະຜ່ານມາສາມາດຮື້ຖອນ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີຂະໜາດນ້ອຍຄອບຄົວທີ່ຄັດກັບລະບຽບກົດໝາຍ.

ໃນນັ້ນ, ໄດ້ຮື້ຖອນ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ຈໍານວນ 8 ຫົວໜ່ວຍ, ໂຮງງານເຟີນີເຈີຂະໜາດນ້ອຍ ຈໍານວນ 37 ຫົວໜ່ວຍ, ພ້ອມທັງຕິດຕາມ, ກວດກາ ແລະ ຄຸ້ມຄອງການເຄື່ອນໄຫວມອບພັນທະອາກອນຂອງໂຮງງານເຄືອແຫມຢູ່ບັນດາເມືອງຢ່າງເປັນປົກກະຕິ.