ກາແດງລາວ-ສື່ມວນຊົນ ຕ້ອງຮ່ວມກັນນໍາສະເໜີຂ່າວ ຊ່ວຍເຫຼືອສັງຄົມ

157

ອົງການກາແດງລາວຮ່ວມກັບສື່ມວນຊົນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນໃນການນຳສະເໜີຂໍ້ມູນ – ຂ່າວສານ ກ່ຽວກັບການຊ່ວຍເຫຼືອສັງຄົມຂອງອົງການກາແດງລາວ ແລະ ສາກົນ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຫັນຄວາມສຳຄັນຫຼາຍຂຶ້ນທ່າມກາງໄພພິບັດພວມເປັນໄພຂົ່ມຂູ່ຮ້າຍແຮງຕໍ່ຊີວິດຊັບສິນຂອງປະຊາຊົນ.


ອົງການກາແດງລາວ ໄດ້ຈັດກອງປະຊຸມພົບປະແລກປ່ຽນກ່ຽວກັບວຽກງານກາແດງ ແລະ ກົດໝາຍວ່າດ້ວຍວຽກງານກາແດງລາວ ຮ່ວມກັບສື່ມວນຊົນຂຶ້ນໃນວັນທີ 26 ສິງຫາ 2020 ທີ່ໂຮງແຮມເສດຖາປາຣັດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ແລະ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາການນໍາສື່ມວນຊົນຂະແໜງການຕ່າງໆເຂົ້າຮ່ວມ.


ທ່ານ ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ການຈັດກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້ ແມ່ນເພື່ອເປັນການຂອບໃຈສື່ມວນຊົນລາວທີ່ເຮັດວຽກປະກອບສ່ວນຢ່າງຕັ້ງໜ້າໃນການລາຍງານຂໍ້ມູນ – ຂ່າວສານ, ປຸກລະດົມສັງຄົມ, ຊັ້ນຄົນຕ່າງໆໃນການບໍລິຈາກ, ຊ່ວຍເຫຼືອ ແລະ ການປະກອບສ່ວນເຫື່ອແຮງ ແລະ ຈິດໃຈໃນທຸກແຫ່ງຫົນໃນຂອບເຂດທົ່ວປະເທດຢ່າງບໍ່ຮູ້ອິດເມື່ອຍ ເປັນສິ່ງທີ່ຍິ່ງໃຫຍ່ ໃນວຽກງານມະນຸດສະທຳ.
ອົງການກາແດງລາວສ້າງຕັ້ງຂຶ້ນວັນທີ 23 ພຶດສະພາ 1955 ມີອາຍຸໄດ້ 65 ປີ ປັດຈຸບັນມີອົງການກາແດງຢູ່ 18 ທຸກແຂວງ ແລະ ມີຜູ້ປະສານງານກາແດງເມືອງຈໍານວນໜຶ່ງ, ແຕ່ລະໜ້າວຽກລ້ວນແຕ່ມີບົດບາດສຳຄັນຮັບໃຊ້ປະຊາຊົນ ເຖິງມືປະຊາຊົນ ໂດຍປະຕິບັດຕາມ 7 ຫຼັກການຂອງກາແດງສາກົນ ແລະ ການຄຸ້ມຄອງຂອງກົດໝາຍວ່າດ້ວຍວຽກງານກາແດງ.


ວຽກງານໜຶ່ງທີ່ສຳຄັນຂອງອົງການກາແດງ ແມ່ນການເຮັດໜ້າທີ່ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພພິບັດ, ທຸກຍາກຂາດເຂີນ, ປ່ຽວພອຍດ້ອຍໂອກາດໃນເຂດຫ່າງໄກສອກຫຼີກພູດອຍ ໂດຍໄດ້ປະຕິບັດ 9 ໜ້າວຽກຕົ້ນຕໍຄື: 1). ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ; 2). ການບໍລິຈາກເລືອດ ແລະ ສະໜອງເລືອດໃຫ້ພຽງພໍ; 3). ການສົ່ງເສີມສຸຂະພາບຂັ້ນພື້ນຖານ; 4). ການປະຖົມພະຍາບານ; 5). ການກູ້ໄພສຸກເສີນ; 6). ການໂຄສະນາຂົນຂວາຍແຫຼ່ງທຶນ; 7). ການສ້າງອາສາສະໝັກກາແດງ; 8). ການສືບທາວຫາຍາດຕິພີ່ນ້ອງ ແລະ 9). ການພົວພັນ ແລະ ການຮ່ວມມືສາກົນ.


ສະນັ້ນ, ເພື່ອເຮັດໃຫ້ສື່ມວນຊົນເຂົ້າໃຈຢ່າງຈະແຈ້ງໃນວຽກງານຂອງກາແດງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນການລາຍງານຂໍ້ມູນ – ຂ່າວສານໃຫ້ຄົບຖ້ວນໄດ້ຖືກກັບເປົ້າໝາຍ, ບັນດາສື່ມວນຊົນກໍໄດ້ສະເໜີປະກອບຄຳເຫັນ ໂດຍສະເພາະວຽກລະດົມຜູ້ບໍລິຈາກ ແລະ ຊ່ວຍເຫຼືອ, ການໂຄສະນາຂ່າວສານ.
ທ່ານ ບຸນເຈົ້າ ພິຈິດ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດ ໄດ້ກ່າວວ່າ: ການໂຄສະນາວຽກງານກາແດງ ໂດຍສະເພາະການອອກບົດ, ອອກຂ່າວ ກໍໄດ້ປະຕິບັດມາຕະຫຼອດ, ສ່ວນແຜນໃນຕໍ່ໜ້ານີ້ທາງອົງການກາແດງກໍມີໜ່ວຍໂຄສະນາວິທີທາງຮ່ວມມືກັນທີ່ດີສຸດຄື ເມື່ອມີຂ່າວສານການເຄື່ອນໄຫວຫຍັງແມ່ນສາມາດສົ່ງມາໃຫ້ໂທລະພາບ ເພື່ອຈະໄດ້ນຳສະເໜີອອກຂ່າວ.


ພ້ອມດຽວກັນນີ້, ຜູ້ອຳນວຍການ ແລະ ບັນນາທິການສື່ສິ່ງພິມກໍໄດ້ເນັ້ນວ່າໃນຕໍ່ໜ້າອົງການກາແດງ ແລະ ສື່ມວນຊົນຄວນເພີ່ມການຮ່ວມມືວຽກງານຂໍ້ມູນຂ່າວສານໃຫ້ຫຼາຍຂຶ້ນ, ວ່ອງໄວຂຶ້ນ; ຮ່ວມມືກັນໃນການໂຄສະນາວຽກງານການຊ່ວຍເຫຼືອສັງຄົມໃຫ້ຫຼາຍຂຶ້ນ ໂດຍສະເພາະວຽກງານບໍລິຈາກເລືອດ ເນື່ອງຈາກປັດຈຸບັນສັງຄົມມີຄວາມຕ້ອງການຫຼາຍ ເພື່ອນຳໃຊ້ຊ່ວຍເຫຼືອຄົນເຈັບຈາກ: ອຸບັດເຫດ, ໄຂ້ຍຸງລາຍ ແລະ ອື່ນໆ. ຄວນຕັ້ງກຸ່ມປະສານງານພົວພັນລະຫວ່າງສື່ມວນຊົນກັບອົງການກາແດງ ເພື່ອເຮັດໃຫ້ການກະຈາຍຂໍ້ມູນຂ່າວສານວ່ອງໄວທັນການ; ນຳສະເໜີວຽກດີຄົນເດັ່ນໃຫ້ຫຼາຍຂຶ້ນເພື່ອປູກຈິດສຳນຶກໃຫ້ຄົນຮຸ່ນໃໝ່ເຫັນໄດ້ຄວາມສຳຄັນຂອງວຽກງານຊ່ວຍເຫຼືອສັງຄົມ.