ຮອງນາຍົກ ເນັ້ນເມືອງຕົ້ນເຜິ້ງສືບຕໍ່ຊຸກຍູ້ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ

136

ໃນໂອກາດທີ່ເດີນທາງໄປເຮັດວຽກ ແລະ ຢ້ຽມຢາມແຂວງ ບໍ່ແກ້ວ ໃນລະຫວ່າງວັນທີ 20 – 22 ສິງຫາ 2020 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີການນຳ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມຮັບຟັງ.

ທ່ານເຈົ້າເມືອງຕົ້ນເຜິ້ງ ໄດ້ລາຍງານສະພາບການພັດທະນາເສດຖະກິດ – ສັງຄົມຂອງເມືອງ ໃຫ້ທ່ານຮອງນາຍົກ ແລະ ຄະນະຊາບ ວ່າ: ເມືອງຕົ້ນເຜິ້ງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງບໍ່ແກ້ວ ມີຊາຍແດນຕິດຈອດກັບ 2 ປະເທດ ຄື: ໄທ ແລະ ມຽນມາ ມີພົນລະເມືອງ 32.743 ຄົນ ຍິງ 16.160 ຄົນ, ມີ 6.004 ຄົວເຮືອນ ປະກອບມີ 38 ບ້ານ, ແບ່ງອອກເປັນ 7 ກຸ່ມບ້ານ ແລະ 4 ບ້ານໃຫຍ່ ມີທັງໝົດ 10 ເຜົ່າ, ອາຊີບຕົ້ນຕໍຂອງປະຊາຊົນປູກຝັງ – ລ້ຽງສັດ ແລະ ເຮັດການບໍລິການຄ້າຂາຍ.

ໃນໄລຍະຜ່ານມາເມືອງໄດ້ສຸມໃສ່ຊຸກຍູ້ຊາວກະສິກອນຜະລິດກະສິກຳການປູກຝັງ, ລ້ຽງສັດ, ຜະລິດເປັນສິນຄ້າຢູ່ບັນດາກຸ່ມບ້ານ, ບ້ານໃຫຍ່ ເພື່ອຮັບປະກັນການຕອບສະໜອງສະບຽງອາຫານໃຫ້ພາຍໃນ ແລະ ສົ່ງອອກ ເປັນຕົ້ນສຸມໃສ່ຜະລິດເຂົ້ານາປີໃນເນື້ອທີ່ 2.448 ເຮັກຕາ, ໄຮ່ໝູນວຽນເນື້ອທີ່ 473,4 ເຮັກຕາ, ມາຮອດປັດຈຸບັນເນື້ອທີ່ປູກພືດສະບຽງອາຫານມີ 76,67 ເຮັກຕາ, ໃນ 1 ເດືອນຜ່ານມາ ສາມາດເກັບກູ້ຜົນຜະລິດໄດ້ 10 ໂຕນ; ອັນພົ້ນເດັ່ນໄດ້ຕັ້ງກຸ່ມປູກພືດຜັກບ້ານໃຫຍ່ນ້ຳເກິ່ງໃໝ່ ( ຄຸ້ມດອຍແດງ ) ຈຳນວນ 1 ກຸ່ມ, ມີ 47 ຄອບຄົວ, ເນື້ອທີ່ 9,4 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ແລ້ວ 3 ໂຕນ.

ນອກນັ້ນ, ຍັງມີສວນກ້ວຍຫອມ ເນື້ອທີ່ 792,97 ເຮັກຕາ ມີ 20 ບໍລິສັດ, ໝາກພ້າວນໍ້າຫອມ ເນື້ອທີ່ 4,47 ເຮັກຕາ ມີ 1.320 ຕົ້ນ, ຫົວອີບຸກ ເນື້ອທີ່ 30.233 ເຮັກຕາ ມີ 3 ບໍລິສັດ, ໝາກເດືອຍ ເນື້ອທີ່ 16 ເຮັກຕາ ມີ 4 ບໍລິສັດ, ມັນດ້າງ ເນື້ອທີ່ 46,08 ເຮັກຕາ ມີ 3 ບໍລິສັດ ສາມາດເກັບກູ້ໄດ້ແລ້ວ ຈຳນວນ 40 ໂຕນ, ກາເຟເນື້ອທີ່ 8,4 ເຮັກຕາ, ສາລີແຂງ ເນື້ອທີ່ 40,26 ເຮັກຕາ, ໄມ້ໃຫ້ໝາກໃນເນື້ອທີ່ 143,08 ເຮັກຕາ, ຢາງພາລາ 2.839 ເຮັກຕາ ສົ່ງອອກຢາງແລ້ວ 70 ໂຕນ, ຟາມງົວ 8 ຟາມ ມີງົວ 807 ໂຕ, ຟາມແບ້ 1 ຟາມ ມີແບ້ 60 ໂຕ, ໝູ 3 ຄອກ ມີໝູ 30 ໂຕ ເນື້ອທີ່ 0,96 ເຮັກຕາ.


ຜ່ານການກວດກາ ແລະ ປະເມີນການພົ້ນທຸກ ປະຈຳປີ 2020 ມີ 4 ບ້ານເປົ້າໝາຍ 986 ຄອບຄົວ, ສາມາດລຶບລ້າງຄວາມທຸກຍາກໄດ້ 2 ບ້ານຄື: ບ້ານຍາງໃຕ້ ແລະ ບ້ານເບີໜຶ່ງ. ໄລຍະຜ່ານມາກໍຄືປັດຈຸບັນເມືອງໄດ້ເອົາໃຈໃສ່ໃນການອະນຸຮັກ ແລະ ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງເຜົ່າຂອງຊາດ ເປັນຕົ້ນເອກະລັກການນຸ່ງຖື, ຂັບລຳ ແລະ ສົ່ງເສີມການທ່ອງທ່ຽວ ອັນພົ້ນເດັ່ນສາມາດເປີດແຫຼ່ງທ່ອງທ່ຽວດ້ານທຳມະຊາດໄດ້ 1 ຈຸດ; ພິເສດໃນໄລຍະນີ້ເອົາໃຈໃສ່ເຜີຍແຜ່ວິທີປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ທາງວິທະຍຸ, ໂທລະໂຄ່ງຂອງເມືອງ ແລະ ບ້ານເປັນປົກກະຕິ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຂອງເມືອງ ໂດຍໄດ້ເນັ້ນໜັກໃຫ້ຮີບຮ້ອນເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງເມືອງ ທີ່ຫາກໍສໍາເລັດໄປແລ້ວນັ້ນ ໂດຍຫັນເປັນອັນລະອຽດ, ຫັນເປັນແຜນງານ, ແຜນວຽກໃຫ້ບັນດາຫ້ອງການຂະແໜງການ, ຫັນເອົາວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເປັນຂອງທົ່ວປວງຊົນ, ເອົາໃຈໃສ່ເປັນພິເສດໃນການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ – 19 ແລະ ພະຍາດຕາມລະດູການ; ເອົາໃຈໃສ່ໃນການສະກັດກັ້ນບັນຫາຢາເສບຕິດ ເນື່ອງຈາກເມືອງຕົ້ນເຜິ້ງ ມີຊາຍແດນຕິດກັບຫຼາຍປະເທດ ແລະ ເປັນທາງຜ່ານຂອງຫຼາຍກຸ່ມຄົນ; ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ໂດຍການແບ່ງສັນປັນສັດສ່ວນ ອັນໃດຄວນໃຫ້ປະຊາຊົນເປັນຜູ້ເຮັດ, ອັນໃດຄວນເຮັດຮ່ວມກັນ, ອັນໃດຄວນລົງທຶນຮ່ວມກັບຕ່າງປະເທດ ຫຼື ໃຫ້ຕ່າງປະເທດມາລົງທຶນ; ສູ້ຊົນສ້າງໃຫ້ເມືອງຕົ້ນເຜິ້ງກາຍເປັນເມືອງກຸ້ມຕົນເອງໃນອະນາຄົດ.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດພິເສດສາມຫຼ່ຽມຄໍາ; ຢ້ຽມຊົມການກໍ່ສ້າງ ແລະ ພັດທະນາທ່າເຮືອຂົນສົ່ງສິນຄ້າ, ທ່າເຮືອຂົນສົ່ງໂດຍສານ ແລະ ທ່ຽວຊົມການພັດທະນາແຫຼ່ງທ່ອງທ່ຽວດອນຊາວຕື່ມອີກ.