ຟັງຊັນ ທີ່ພົ້ນເດັ່ນໃນ ຢູມັນນີ “U-MONEY”

324

ດ້ວຍບໍລິການ ທີ່ພົ້ນເດັ່ນ, ດ້ວຍຟັງຊັນອື່ນໆໃນ u-money ທີ່ຈະເຮັດໃຫ້ການໃຊ້ສອຍຜ່ານໂທລະສັບມືຖື
ບໍ່ວ່າຈະເປັນການໂອນເງິນໄດ້ຢ່າງວ່ອງໄວ, ການຊໍາລະຄ່າບໍລິການຕ່າງ ຫຼື ຈະເປັນການນໍາໃຊ້ QR Code ເພື່ອເຮັດທຸລະກໍາຕ່າງໆໄດ້ດ້ວຍຕົວເອງ, ເຊິ່ງເຮົາມາເບິ່ງລາຍລະອຽດຂອງແຕ່ລະຟັງຊັນນໍາກັນເລີຍ.

+ ການໂອນເງິນ ທີ່ສະດວກ, ວ່ອງໄວ , ປອດໄພ

ການໂອນເງິນ ຜ່ານບໍລິການ u-money ສາມາດໂອນໄດ້ ໃນ 3 ກໍລະນີຄື: ບັນຊີ u-money – ບັນຊີ u – money, ບັນຊີ u-money – ບໍ່ມີບັນຊີ u-money , ໂອນເງິນ ບໍ່ມີບັນຊີ umoney – ບໍ່ມີບັນຊີ u-money ( ໂອນລອຍ ), ເຊິ່ງລູກຄ້າ ສາມາດ ເຮັດທຸລະກໍາໄດ້ທຸກທີ່ທຸກເວລາພຽງແຕ່ມີສັນຍານຂອງຢູນີເທວ. ນອກນັ້ນ ຮ້ານຕົວແທນ u-money ກວ່າ 10.000 ຮ້ານທົ່ວປະເທດ ເຊິ່ງລູກຄ້າ ຈະສາມາດຖອນເງິນໄດ້ຢ່າງສະດວກ, ປອດໄພນັບທັງເຂດທີ່ຢູ່ຫ່າງໄກ.

ເພື່ອເພີ່ມຊ່ອງທາງການເຊື່ອມຕໍ່ໃຫ້ລູກຄ້າ ສາມາດເຂົ້າເຖິງທະນາຄານໄດ້ງ່າຍ ປັດຈຸບັນ, ບັນຊີ u-money ສາມາດເຊື່ອມຕໍ່ ກັບທະນາຄານ ລາວ- ຫວຽດ ແລະ ທະນາຄານ ມາຣູຮານ ເຈແປນລາວ ເຊິ່ງລູກຄ້າສາມາດ ໂອນເງິນຢູມັນນີຫາ ທະນາຄານ ແລະ ເງິນໃນບັນຊີ ທະນາຄານສາມາດໂອນຫາບັນຊີ ຢູມັນນີໄດ້ ແລະ ກຳລັງຈະເຊື່ອມຕໍ່ກັບບັນດາທະນາຄານອື່ນໆໃນໄວໆນີ້ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມພັດທະນາ, ທະນາຄານ ACLEDA …

+ ການຊຳລະຜ່ານ QR Code

ປັດຈຸບັນການຊຳລະບໍລິການ ຕ່າງໆດວ້ຍ QR Code ກຳລັງເປັນທີ່ ນິຍົມນຳໃຊ້ກັນຫລາຍໃນປະເທດເຮົາ. u- money ສາມາດຊໍາລະຄ່າອາຫານ , ຄ່າເຄື່ອງຕ່າງໆຕາມຮ້ານທີ່ຮ່ວມຊໍາລະກັບ u-money,ນອກນັ້ນລູກຄ້າທີ່ນຳໃຊ້ u-money ຍັງສາມາດ ດາວໂຫລດເອົາ QR Code ໃນບັນຊີຂອງຕົນເພື່ອນໍາມາເຮັດທຸລະກໍາເຊັ່ນ: ເຮັດທຸລະກໍາ ໂອນເງິນ, ຖອນເງິນ ດ້ວຍການ ສະເເກນ QR Code ໄດ້ດ້ວຍຕົວເອງ.

+ ຊຳລະຄ່າບໍລິການໂທລະສັບໄດ້ຮັບສ່ວນຫລຸດທຸກຄັ້ງ

ທ່ານທີ່ໃຊ້ບໍລິການ u-money ເມື່ອເຕີມເງິນ ໃຫ້ກັບເບີ Unitel ແລະ ເບີ ETL ຈະໄດ້ຮັບສ່ວນຫລຸດ 5% ແລະ ຊໍາລະຄ່າໂທລະສັບຕັ້ງໂຕະ, ສາຍເຊົ່າ, ອິນເຕີເນັດທີ່ພັກອາໄສ ຍັງໄດ້ຮັບສ່ວນຫຼຸດ 2% ທຸກຄັ້ງ, ເຊິ່ງເປັນຜົນດີຕໍ່ລູກຄ້າທີ່ບໍ່ຈຳເປັນຕ້ອງອອກໄປຊື້ບັດດ້ວຍເງິນສົດ ແຕ່ຍັງໄດ້ຮັບສ່ວນຫລຸດນໍາອີກ. ນອກຈາກນັ້ນ ຢູມັນນີ ຍັງສາມາດ ຊຳລະການຊື້ຫວຍໄດ້, ຊຳລະຄ່າປະກັນໄພ ລາວ- ຫວຽດໄດ້ໃນໄວໆນີ້.

+ ເບີກຈ່າຍເງິນເດືອນຜ່ານ u-money

ດ້ວຍຊ່ອງທາງຮ້ານຕົວແທນທີ່ກວ້າງຂວາງ 10.000 ຮ້ານຕົວແທນ , ດ້ວຍບໍລິການທີ່ບໍ່ຈຳເປັນຕ້ອງເຊື່ອມຕໍ່ກັບອີນເຕີເນັດ , ດ້ວຍເຂດປົກຄຸມສັນຍາ ທຸກພື້ນທີ່ ຂອງຢູນີເທວ, ສະນັ້ນການເບີກຈ່າຍເງິນເດືອນ ຜ່ານຊ່ອງທາງຢູມັນນີ ເປັນອີກ 1 ຊ່ອງທີ່ເໝາະສົມ ເປັນຕົ້ນ ແມ່ນບັນດາ ບໍລິສັດ, ວິສາຫະກິດ, ຫ້ອງການ ທີ່ມີພະນັກງານປະຈຳຢູ່ບັນດາບ້ານຫ່າງໄກສອກຫລີກ ເພື່ອຮັບປະກັນບຸກຄົນໄດ້ຮັບເງິນເດືອນກົງເວລາ ແລະ ປອດໄພ.