ສຳເລັດຕອບຄຳຖາມ 200 ກວ່າຂໍ້ ຈາກອົງການການຄ້າໂລກ

173

ສປປ ລາວ ໄດ້ສຳເລັດການຕອບຄໍາຖາມ ແລະ ຊີ້ແຈງຕໍ່ຄໍາຄິດເຫັນຂອງບັນດາປະເທດສະມາຊິກ ອົງການການຄ້າໂລກ ( ອຄລ ) ໃນການທົບທວນນະໂຍບາຍການຄ້າ 209 ຂໍ້ ເພື່ອເຮັດໃຫ້ປະເທດເຮົາມີຄວາມອາດສາມາດແຂ່ງຂັນທາງການຄ້າ ແລະ ການລົງທຶນຈາກຕ່າງປະເທດ.
ວັນທີ 21 ສິງຫາ 2020 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມຮັບຮອງແຜນວຽກການຈັດຕັ້ງປະຕິບັດກິດຈະກໍາທີ່ເປັນບຸລິມະສິດ ພາຍຫຼັງສໍາເລັດການທົບທວນນະໂຍບາຍການຄ້າຂອງ ສປປ ລາວ ພາຍໃຕ້ສັນຍາ ອຄລ ເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງ ອຄ ຜູ້ຕາງໜ້າຈາກພາກລັດ, ທຸລະກິດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຮອງ ແລະ ຢັ້ງຢືນແຜນວຽກໃນການຈັດຕັ້ງປະຕິບັດກິດຈະກໍາທີ່ເປັນບຸລິມະສິດ ພາຍຫຼັງທີ່ ສປປ ລາວ ສໍາເລັດການທົບທວນນະໂຍບາຍການຄ້າຄັ້ງທໍາອິດ ເພື່ອໃຫ້ຂະແໜງການກ່ຽວຂ້ອງເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນອະນາຄົດ ໂດຍກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຄ ໃນນາມກອງເລຂາຮັບຜິດຊອບວຽກງານທົບທວນນະໂຍບາຍການຄ້າຂອງ ສປປ ລາວ ໄດ້ຮ່ວມກັບຊ່ຽວຊານຕ່າງປະເທດ ເພື່ອຮ່າງແຜນວຽກດັ່ງກ່າວ ໂດຍອີງໃສ່ຄໍາເຫັນ ແລະ ບັນຫາຕ່າງໆທີ່ບັນດາປະເທດສະມາຊິກ ອຄລ ໄດ້ຍົກຂຶ້ນໃນເວລາທົບທວນນະໂຍບາຍການຄ້າຂອງ ສປປ ລາວ, ຮ່າງແຜນວຽກດັ່ງກ່າວ ປະກອບມີສອງພາກໃຫຍ່ ຄື:

1). ການປະຕິຮູບນະໂຍບາຍການຄ້າ ແລະ 2). ການກະກຽມນະໂຍບາຍທີ່ຕິດພັນກັບການຄ້າ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງໃນນັ້ນຈະມີແຜນວຽກຍ່ອຍລະອຽດເພີ່ມຕື່ມ ເຊັ່ນ: ການຈັດຕັ້ງປະຕິບັດພັນທະສັນຍາ, ການຕິດຕາມຄວາມສອດຄ່ອງ, ການເຂົ້າຮ່ວມການຄ້າເສລີໃນຂອບສັນຍາພາກພື້ນ ແລະ ສາກົນ. ພ້ອມທັງແຜນກະກຽມຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນໄລຍະສັ້ນ ແລະ ໄລຍະຍາວເປັນຕົ້ນ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວ: ປັດຈຸບັນ ສປປ ລາວ ໄດ້ຕອບຄໍາຖາມ ແລະ ຊີ້ແຈງຕໍ່ຄໍາຄິດເຫັນຂອງບັນດາສະມາຊິກໃນການທົບທວນນະໂຍບາຍການຄ້າທັງໝົດ ຈຳນວນ 209 ຂໍ້ ຈາກ 20 ປະເທດສະມາຊິກອົງການການຄ້າໂລກ ແລະ 3 ກຸ່ມ ຄື: ອາຊຽນ, ສະຫະພາບເອີຣົບ ແລະ ກຸ່ມປະເທດດ້ອຍພັດທະນາ ພ້ອມທັງຕອບຄໍາຖາມເພີ່ມຕື່ມຕໍ່ຂອງສະມາຊິກ ອຄລ ຈຳນວນໜຶ່ງ ພາຍຫຼັງສໍາເລັດກອງປະຊຸມການທົບທວນນະໂຍບາຍການຄ້າ ເຊັ່ນ: ການາດາ, ສະຫະລັດອາເມຣິກາ, ສປ ຈີນ, ເອີຣົບ ແລະ ຕວັກກີ ໄດ້ມີຄຳຖາມທັງໝົດ 25 ຄໍາຖາມ ເຊິ່ງຄໍາຖາມສ່ວນໃຫຍ່ທີ່ສະມາຊິກໃຫ້ຄວາມສົນໃຈ ແມ່ນກ່ຽວກັບຂັ້ນຕອນການອະນຸຍາດລົງທຶນ; ການຫ້າມການສົ່ງອອກໄມ້ ແລະ ແຮ່ທາດ ທີ່ຍັງບໍ່ປຸງແຕ່ງ; ການຈັດສັນສໍາປະທານບໍ່ແຮ່; ນະໂຍບາຍພະລັງງານ ແລະ ການຜະລິດ; ຂັ້ນຕອນ ແລະ ລະບຽບການນໍາເຂົ້າ – ສົ່ງອອກ; ບາງບັນຫາດ້ານລະບຽບການ ແລະ ການບໍລິການດ້ານການເງິນ – ທະນາຄານ; ໂທລະຄົມ; ແຜນພັດທະນາຂົນສົ່ງທາງບົກ ແລະ ທາງລົດໄຟ; ແຜນວຽກກ່ຽວຂ້ອງກັບການຄ້າທາງເອເລັກໂຕຣນິກ; ການທ່ອງທ່ຽວ; ການປະກອບສ່ວນຂອງເພດຍິງເຂົ້າໃນການພັດທະນາ; ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເປັນຕົົ້ນ.

ທັງນີ້, ການທົບທວນນະໂຍບາຍການຄ້າ ຂອງ ສປປ ລາວ ຄັ້ງທໍາອິດນີ້ ເຮັດໃຫ້ຮູ້ວ່າຍັງມີຫຼາຍບັນຫາທີ່ ສປປ ລາວ ຕ້ອງຮີບຮ້ອນສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ. ສະນັ້ນ, ກະຊວງ ອຄ ຮ່ວມກັບກະຊວງ ແລະ ຂະແໜງການກ່ຽວຂ້ອງ ຈຶ່ງໄດ້ຮ່ວມເຮັດວຽກນໍາກັນ ເພື່ອກໍານົດແຜນກິດຈະກໍາລະອຽດໃນການຂໍການຊ່ວຍເຫຼືອທາງດ້ານວິຊາການໃນຂົງເຂດທີ່ຄົງຄ້າງ ແລະ ເຜີຍແຜ່ຜົນກອງປະຊຸມທົບທວນນະໂຍບາຍການຄ້າຂອງ ສປປ ລາວ ໃຫ້ພາກລັດ, ເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງການຊ່ວຍເຫຼືອຕ່າງໆ ແລະ ຮັບປະກັນຜົນປະໂຫຍດທີ່ໄດ້ຮັບ.