ຫຼວງນໍ້າທາກຽມສ້າງສໍານັກງານໝວດເຮືອ ກອງຮ້ອຍທະຫານຊາຍແດນ 133

158

ໃນວັນທີ 20 ສິງຫາ 2020 ຜ່ານມາ ທີ່ດ່ານຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີ ວາງສີລາລຶກ ເປີດການກໍ່ສ້າງສໍານັກງານໝວດເຮືອ ຂອງກອງຮ້ອຍທະຫານຊາຍແດນ 133 ໂດຍມີ ສະຫາຍ ພົນຕີ ຢວນຢ້າຜິງ ຫົວໜ້າສູນບັນຊາການລາດຕະເວນທາງນໍ້າ ກອງບັນຊາການໃຫຍ່ຕໍາຫຼວດນໍ້າ ແຂວງຢຸນນານ ສ.ປຈີນ, ພົນຈັດຕະວາ ອິນແກ້ວ ມະນີຈັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີທ່ານ ວູກວ້ານຈີ້ນ ປະທານບໍລິສັດ ຈະເລີນໄຊ ພ້ອມດ້ວຍພະນັກງານແຕ່ລະຝ່າຍເຂົ້າຮ່ວມ.

ການກໍ່ສ້າງສໍານັກງານໝວດເຮືອ ກອງຮ້ອຍທະຫານຊາຍແດນ 133 ທະຫານແຂວງຫຼວງນໍ້າທາ ເຊິ່ງປະກອບມີ: ຫ້ອງການ 1 ຫຼັງ, ເຮືອນນອນ 1 ຫຼັງ, ເຮືອນຄົວ, ຫ້ອງນໍ້າລວມ, ກະລາລົດ, ອ່າງເກັບນໍ້າ, ຮົ້ວກໍາແພງ, ລະບົບໄຟ້າ-ນໍ້າປະປາ ພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າ 2,8ລ້ານຢວນ ເຊິ່ງເປັນເງີນຊ່ວຍເຫຼືອລ້າ ຈາກກອງບັນຊາການໃຫຍ່ຕໍາຫຼວດນໍ້າ ແຂວງຢຸນນານ ສ.ປຈີນ ໂດຍແມ່ນບໍລິສັດ ຈະເລີນໄຊ ເປັນຜູ້ຮັບເໝົາກໍ່ສ້າງ.

ໂອກາດດຽວກັນກອງບັນຊາການໃຫຍ່ຕໍາຫຼວດນໍ້າ ແຂວງຢຸນນານ ສ.ປຈີນ ຍັງໄດ້ ມອບ ລະບົບໄຟ້າແສງຕາເວັນ ຈໍານວນ 15 ຊຸດ, ຄອມພິວເຕີຕັ້ງໂຕະ 6 ຊຸດ, ປິ່ນເຕີ 6 ໜ່ວຍ ແລະ ກະແຈກັບມື 20 ອັນ ໃຫ້ກັບກອງບັນຊາການທະຫານແຂວງ,ໂດຍການກ່າວຮັບຂອງທ່ານ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາ.

ໂອກາດນີ້ທ່ານ ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບູນຄຸນຢ່າງລົ້ນເຫຼືອມາຍັງ ກອງບັນຊາການໃຫຍ່ຕໍາຫຼວດນໍ້າແຂວງຢຸນນານ ສປຈີນ ທີ່ຍາມໃດກໍ່ໄດ້ເຊື່ອໝັ້ນ ແລະ ເປັນຫ່ວງເປັນໃຍ ໄດ້ສະໜັບສະໜູນ-ຊ່ວຍເຫຼືອ ທາງດ້ານວັດຖຸ ແລະ ຈິດໃຈຕະຫຼອດມາ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ປົກປັກຮັກສາປະເທດຊາດ ເວົ້າລວມເວົ້າສະເພາະ ກໍ່ຄືກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໃຫ້ເຂັ້ມແຂງ ແລະ ກາຍເປັນກອງທັບທັນສະໄໝເປັນກ້າວໆ.

ຂໍ້ມູນຈາກ: Media laos