ຊຸກຍູ້ການຈັດເກັບລາຍຮັບຈາກໂຮງງານຜະລິດຢາງຢູ່ແຂວງວຽງຈັນ

197

ໃນວັນທີ 20 ສິງຫາ 2020 ຜ່ານມານີ້, ຄະນະລົງເຄື່ອນໄຫວຊຸກຍູ້ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ໄດ້ລົງຊຸກຍູ້ ບໍລິສັດ ລາວຊີຊິນ ຈໍາກັດ ນໍາພາໂດຍ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ມີທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ຫົວໜ້າສ່ວຍສາອາກອນ ປະຈໍາແຂວງ ວຽງຈັນ.

ບໍລິສັດ ລາວຊີຊິນ ຈຳກັດ ຕັ້ງຢູ່ບ້ານໂພນຄໍາ ເມືອງແກ້ວອຸດົມ ແຂວງວຽງຈັນ ແມ່ນບໍລິສັດຂອງນັກລົງທຶນຈາກ ສປ ຈີນ ເປັນການລົງທຶນຂອງຕ່າງປະເທດ 100% ເນື້ອທີ່ໆໄດ້ຮັບອະນຸຍາດໃຫ້ສຳປະທານທັງໝົດ 46,16 ເຮັກຕາ. ໄລຍະເວລາ 50 ປີ ມູນຄ່າລົງທຶນ 32,9 ລ້ານໂດລາສະຫະລັດ, ຜະລິດຕະພັນຕົ້ນຕໍທີ່ໂຮງງານຈະຜະລິດ ປະກອບມີ: ປະເພດຖົງເປົາບັນຈຸສິ່ງຂອງທຸກໆຊະນິດ, ຜ້າຢາງບັງແດດ – ບັງຝົນ, ເຄື່ອງພລາສຕິກໃຊ້ຄົວເຮືອນ ແລະ ສິ່ງຫຸ້ມຫໍ່ຕ່າງໆທີ່ເຮັດຈາກພລາສຕິກ, ວັດຖຸດິບທີ່ນຳມາຜະລິດນຳເຂົ້າມາຈາກຕ່າງປະເທດ ແລະ ຕໍ່ໄປແມ່ນຈະເກັບຊື້ປະເພດເສດພລາສຕິກທີ່ໄດ້ມາດຕະຖານຈາກພາຍໃນປະເທດລາວ.

ສ່ວນຕະຫຼາດຈຳໜ່າຍສົ່ງອອກປະເທດໄທ, ຈີນ, ຫວຽດນາມ, ກຳປູເຈຍ ( ເຊິ່ງເປັນຕະຫຼາດໃຫຍ່ ), ຖັດລົງມາແມ່ນ ສ.ເກົາຫຼີ, ຍີ່ປຸ່ນ, ອາເມຣິກາ, ບັນດາປະເທດໃນເຂດ EU ແລະ ຈຳໜ່າຍພາຍໃນຄວາມອາດສາມາດຜະລິດຖົງ ພລາສຕິກຂອງໂຮງງານຄາດວ່າຕໍ່າສຸດຈະບໍ່ໃຫ້ຫຼຸດ 2.000 ໂຕນຕໍ່ເດືອນ.
ປັດຈຸບັນແມ່ນໄດ້ມີການນຳເຂົ້າເຄື່ອງຈັກ, ອຸປະກອນເຄື່ອງໃຊ້, ພາຫະນະຮັບໃຊ້ພາຍໃນບໍລິສັດ ແລະ ວັດຖຸດິບຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນຂະບວນການຜະລິດ ເຊິ່ງໄດ້ເລີ່ມດຳເນີນການຜະລິດ ຜະລິດຕະພັນ ( ເມັດຢາງພລາສຕິກ ) ແຕ່ຕົ້ນເດືອນສິງຫາ ປີ 2018 ຈົນເຖິງປັດຈຸບັນ ແລະ ໄດ້ຜະລິດເປັນຜະລິດຕະພັນແລ້ວປະເພດ ( ເປົາ ແລະ ຈະເລີ່ມຜະລິດ ຜ້າບັງແດດບັງຝົນ, ຖົງຫິ້ວ, ຊາມ, ຜ້າບັດ, ຖົງມ້າດາວ ແລະ ເຄື່ອງໃຊ້ພລາສຕິກໃນຄົວເຮືອນຕ່າງໆໃນໄລຍະຕໍ່ໄປ ).

ໃນໂອກາດເດີນທາງມາຢ້ຽມຢາມໃນຄັ້ງນີ້ ທາງຄະນະໄດ້ລົງກວດກາເຖິງການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ເປັນຕົ້ນ: ການກວດກາການໄລ່ລຽງບັນຊີວິສາຫະກິດ, ການປະຕິບັດພັນທະອາກອນຕາມກົດໝາຍໄດ້ກໍານົດໄວ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ຈໍານວນການຜະລິດສິນຄ້າສົ່ງອອກໃນແຕ່ລະປີ, ການຮັບຈ້າງແຮງງານລາວເຂົ້າເຮັດວຽກໃນບໍລິສັດ ແລະ ວຽກງານອື່ນໆ.