ພາກລັດ ແລະ ພາກທຸລະກິດ ຮ່ວມປຶກສາຫາລືເລັ່ງຟື້ນຟູການທ່ອງທ່ຽວຫຼັງໂຄວິດ

157

ພາກລັດ ແລະ ພາກທຸລະກິດ ໄດ້ປະຊຸມປຶກສາຫາລື ເພື່ອຟື້ນຟູການທ່ອງທ່ຽວຈາກຜົນກະທົບຂອງພະຍາດໂຄວິດ – 19 ໂດຍອັນດັບທຳອິດແມ່ນການເນັ້ນສົ່ງເສີມກິດຈະກຳລາວທ່ຽວລາວ, ກະກຽມຄວາມພ້ອມຈັບຄູ່ເປີດການທ່ອງທ່ຽວກັບບັນດາປະເທດທີ່ໃກ້ຄຽງ ຫຼື ທີ່ເອີ້ນວ່າ Travel Bubble; ໄປພ້ອມກັນນັ້ນ, ກໍສຸມໃສ່ຟື້ນຟູຈຸດໝາຍປາຍທາງການທ່ອງທ່ຽວ/ສະຖານທີ່ທ່ອງທ່ຽວ ແລະ ການໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນໃຫ້ຫຼາກຫຼາຍຂຶ້ນ.


ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອສົ່ງເສີມກິດຈະກຳການທ່ອງທ່ຽວ ພາຍຫຼັງທີ່ມີການຜ່ອນຜັນບັນດາມາດຕະການຜົນກະທົບຈາກເຊື້ອພະຍາດໂຄ ວິດ – 19 ຂຶ້ນໃນວັນທີ 21 ສິງຫາ 2020 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງ ວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໂດຍມີບັນດາຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.


ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວວ່າ: ການລະບາດຂອງພະຍາດໂຄວິດ – 19 ມັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດຂອງທຸກປະເທດໃນທົ່ວໂລກ. ໃນນັ້ນ, ອຸດສາຫະກໍາການທ່ອງທ່ຽວໃນທົ່ວໂລກ ແມ່ນໄດ້ຮັບຜົນກະທົບໂດຍກົງ ເຊັ່ນ: ການບໍລິການຂົນສົ່ງ ແລະ ທຸລະກິດການທ່ອງທ່ຽວໄດ້ຢຸດສະງັກລົງ. ສໍາລັບ ສປປ ລາວເຮົາໄດ້ຮັບຜົນກະທົບແມ່ນເລີ່ມແຕ່ເດືອນ 3/2020 ເປັນຕົ້ນມາ, ນັກທ່ອງທ່ຽວສາກົນໄດ້ຍົກເລີກລາຍການທ່ອງທ່ຽວ, ຍົກເລີກການຈອງຫ້ອງພັກ ( ໂຮງ ແຮມ – ຣີສອດ, ເຮືອນພັກ ), ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ເຮັດໃຫ້ຈໍານວນນັກທ່ອງທ່ຽວມາທ່ຽວ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີຫຼຸດລົງ ເຖິງ -60% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ຄາດວ່າໝົດປີ 2020 ນີ້ ຈໍານວນນັກທ່ອງທ່ຽວສາກົນ ມາທ່ຽວ ສປປ ລາວ ອາດຈະບໍ່ເຖິງ 1 ລ້ານຄົນ.


ທ່ານ ສະຫວັນຄອນ ຣາຊມຸນຕຣີ ກ່າວຕື່ມວ່າ: ເຖິງວ່າ ສປປ ລາວ ຂອງພວກເຮົາ ກໍຄືບັນດາປະຊາຊາດໃນທົ່ວໂລກ ກໍາລັງປະເຊີນກັບຄວາມທ້າທາຍຂອງພະຍາດໂຄວິດ – 19 ກໍຕາມ, ແຕ່ພວກເຮົາກໍກໍາລັງຮ່ວມກັນສຸມທຸກຄວາມພະຍາຍາມ ທີ່ຈະເຮັດໃຫ້ຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຂອບເຂດທົ່ວປະເທດໃຫ້ມີໜ້ອຍທີ່ສຸດ ແລະ ຊອກຫາວິທີທາງທີ່ເໝາະສົມ ເພື່ອຊ່ວຍຟື້ນຟູການທ່ອງທ່ຽວໃຫ້ກັບເຂົ້າສູ່ສະພາບທີ່ດີຂຶ້ນເທື່ອລະກ້າວ. ທັງໝົດນັ້ນມັນຮຽກຮ້ອງໃຫ້ມີການຮ່ວມມືກັນລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ພາກທຸລະກິດ, ອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ແລະ ປະຊາຊົນທ້ອງຖິ່ນຕ້ອງໄດ້ຮ່ວມມືກັນຢ່າງຈິງຈັງ ເພື່ອຄົ້ນຄວ້າວິທີການຈັດຕັ້ງປະຕິບັດຮ່ວມກັນ.


ໃນກອງປະຊຸມ ທ່ານ ນາງ ຈຳພອນ ວົງສາ ຮອງຫົວໜ້າພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ນຳສະເໜີບົດລາຍງານກ່ຽວກັບຜົນກະທົບຂອງພະຍາໂຄວິດ – 19 ຕໍ່ອຸດສາຫະກຳທ່ອງທ່ຽວຢູ່ ສປປ ລາວ ແລະ ທິດທາງແຜນການໃນຕໍ່ໜ້າ ວ່າ: ການລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ເຄືອຂ່າຍບໍລິຫານທ່ອງທ່ຽວທັງໝົດ; ສຳລັບທິດທາງ ແລະ ມາດຕະຖານຟື້ນຟູອຸດສາຫະກໍາການທ່ອງທ່ຽວລາວ ຈຶ່ງຄວນສຸມໃສ່ 4 ເປົ້າໝາຍ ຄື:


1. ຟື້ນຟູເສດຖະກິດ: ທົບທວນຄືນການຜ່ອນຜັນອາກອນຕ່າງໆ ແລະ ການໃຫ້ເງິນກູ້ດອກເບ້ຍຕໍ່າໃຫ້ແກ່ຫົວໜ່ວຍທຸລະກິດ, ກະຕຸ້ນການທ່ອງທ່ຽວພາຍໃນ “ ລາວທ່ຽວລາວ ”, ເພື່ອກະຕຸ້ນໃຫ້ສັງຄົມມີການໃຊ້ຈ່າຍເງິນຫຼາຍຂຶ້ນ, ສະເໜີລັດຖະບານພິຈາລະນາງົບປະມານຈໍານວນໜຶ່ງ ເພື່ອຄືນເງິນໃຫ້ແກ່ນັກທ່ອງທ່ຽວພາຍໃນ. ໃນນີ້, ແມ່ນເພື່ອເປັນສິ່ງຈູງໃຈໃຫ້ຄົນເດີນທາງທ່ອງທ່ຽວຫຼາຍຂຶ້ນ, ໃຫ້ການສະໜັບສະໜູນຫົວໜ່ວຍທຸລະກິດການທ່ອງທ່ຽວ ເປັນຕົ້ນແມ່ນ SME, ສະເໜີລັດຖະບານຫຼຸດຜ່ອນພາສີ – ອາກອນບັນດາຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວລົງ 50% ຂອງມູນຄ່າປົກກະຕິ, ປັບປຸງບັນດາລະບຽບການ, ນິຕິກໍາຕ່າງໆ ແລະ ມາດຕະຖານການທ່ອງທ່ຽວພາຍໃນ ສປປ ລາວ.2. ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
3. ຟື້ນຟູຈຸດໝາຍປາຍທາງການທ່ອງທ່ຽວ/ສະຖານທີ່ທ່ອງທ່ຽວ.
4. ການໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນເພື່ອຟື້ນຟູການທ່ອງທ່ຽວ.


ຂະນະທີ່ ທ່ານ ເກດຕະສອນ ສູນດາລາ ຫົວໜ້າພະແນກສົ່ງເສີມການຕະຫຼາດ, ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ສະເໜີແຜນກິດຈະກຳການຕະຫຼາດການທ່ອງທ່ຽວ ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ “ ລາວທ່ຽວລາວ ” ວ່າ: ສຳລັບທິດທາງການຟື້ນຟູການຕະຫຼາດການທ່ອງທ່ຽວລາວຄວນສຸມໃສ່:
(1) ສ້າງຄວາມເຊື່ອໝັ້ນໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໂດຍການສະໜອງຂໍ້ມູນ ແລະ ຂໍ້ມູນທີ່ອັບເດດຫຼ້າສຸດ ( ພາສາລາວ ແລະ ພາສາອັງກິດ ), ການຮັກສາຄວາມປອດໄພ, ການກະກຽມປ້ອງກັນກ່ອນການເດີນທາງ, ວິທີການຮັກສາສຸຂະນາໄມ ( ມາດຕະການຕ່າງໆຂອງກະຊວງສາທາລະນະສຸກ ).
(2) ຟື້ນຟູຈຸດໝາຍປາຍທາງການທ່ອງທ່ຽວ ໂດຍການຊຸກຍູ້ການກໍານົດລາຄາການບໍລິການໃຫ້ເໝາະສົມ ສະເພາະຜູ້ເຂົ້າຮ່ວມໂຄງການ “ ລາວທ່ຽວລາວ ”.
(3) ການສົ່ງເສີມການຕະຫຼາດການທ່ອງທ່ຽວພາຍໃນ ໂດຍການເພີ່ມທະວີການຮ່ວມມືພາກລັດ, ເອກະຊົນ ແລະ ຂະແໜງການທີ່ກ່ຽວຂ້ອງ, ກໍານົດເຂດເປົ້າໝາຍ, ຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນທີ່ສາມາດຢັ້ງຢືນສໍາລັບການບໍລິການ, ນໍາໃຊ້ເຕັກໂນໂລຊີເຂົ້າໃນການສົ່ງຂໍ້ມູນໃຫ້ນັກທ່ອງທ່ຽວ.


ດ້ານ ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ສະເໜີແນວຄວາມຄິດເປີດປະເທດເພື່ອການທ່ອງທ່ຽວໃນຂອບເຂດຈຳກັດ ໂດຍການຈັບຄູ່ກັບປະເທດທີ່ມີການຄວບຄຸມເຊື້ອພະຍາດໂຄວິດ – 19 ໄດ້ດີ ຫຼື ເອີ້ນວ່າ Travel Bubble ມີທັງຕ້ອງກັກຕົວ 14 ວັນ ແລະ ບໍ່ກັກຕົວ 14 ວັນ. ທັງນີ້, ກໍເພື່ອຊ່ວຍຟື້ນຟູທຸລະກິດການທ່ອງທ່ຽວ ແລະ ເສດຖະກິດຂອງປະເທດ ເຊິ່ງພວກເຮົາຕ້ອງໄດ້ກະກຽມກຳນົດເປົ້າໝາຍປະເທດທີ່ຈະເປີດຮ່ວມກັນ, ສ້າງລະບຽບການ ແລະ ຂໍ້ກຳນົດຕ່າງໆເພື່ອຮັບປະກັນການປ້ອງກັນພະຍາດໂຄວິດ – 19.
ຂະນະທີ່ ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ ກ່າວວ່າ: ພວກເຮົາຄວນຮ່ວມມືກັນສົ່ງເສີມການທ່ອງທ່ຽວລາວໃຫ້ເຂັ້ມແຂງ ແລະ ກວ້າງຂວາງ ໂດຍການໂຄສະນາ “ ລາວທ່ຽວລາວ ” ໃຫ້ຫຼາຍຂຶ້ນ; ມີແຜນການສົ່ງເສີມ ແລະ ກິດຈະກຳແຕ່ລະໄລຍະຢ່າງລະອຽດ.