ປະກາດຮັບຮອງເມືອງປາກຊັນ ເປັນເມືອງສາມັກຄີປອງດອງ

134

ພິທີປະກາດເມືອງປາກຊັນ ແຂວງບໍລິຄຳໄຊ ເປັນເມືອງສາມັກຄີປອງດອງ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2020 ຢູ່ເດີ່ນເປຕັ່ງຂອງແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, ພ້ອມດ້ວຍພະນັກງານ-ລັດຖະກອນ, ປກສ, ປກຊ ຕະຫຼອດຮອດອຳນາດການປົກຄອງບ້ານໃນທົ່ວເມືອງປາກຊັນເຂົ້າຮ່ວມ.


ທ່ານ ໄມຈອມ ວັນນະສານຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກຊັນ ໄດ້ກ່າວລາຍງານສະພາບການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນທົ່ວເມືອງປາກຊັນໃຫ້ຮູ້ວ່າ: ເມືອງປາກຊັນເປັນເມືອງເທດສະບານຂອງແຂວງ ມີເນື້ອທີ່ທັງໝົດ 654 ກິໂລຕາແມັດ.

ທົ່ວເມືອງມີ 54 ບ້ານ, ມີປະຊາກອນທັງໝົດ 50.359 ຄົນ ຍິງ 24.766 ຄົນ, ມີຄອບຄົວເປົ້າໝາຍກວດກາທັງໝົດ 9.771 ຄອບຄົວ, ມີ 12 ເຜົ່າຄື: ເຜົ່າລາວ 34.403 ຄົນ ຍິງ 17.353 ຄົນ ກວມ 68,80%, ເຜົ່າໄຕ 12.601 ຄົນ ຍິງ 6.946 ຄົນ ກວມ 25,02%, ເຜົ່າຜູ້ໄທ 1.024 ຄົນ ຍິງ 525 ຄົນ ເທົ່າກັບ 2,03% ແລະ ເຜົ່າອື່ນໆກວມ 4,15%. ປະຊາຊົນສ່ວນໃຫຍ່ເຊື່ອຖືສາສະໜາພຸດ ກວມເອົາ 90,01%, ປະຊາຊົນພາຍໃນເມືອງ ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການທຳມາຫາກິນລ້ຽງຊິບຕາມແນວທາງພັກ-ລັດວ່າງອອກໄດ້ຢ່າງປະກົດຜົນເປັນຈິ່ງ.

ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ,ລົງວັນທີ 22 ທັນວາ 2014 ແລະ ຄຳສັ່ງເລກທີ 34/ນຍ,ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ແລະ ປະຕິບັດຕາມຄຳສັ່ງແນະນຳຂອງຄະນະປະຈຳສູນກາງແນວລາວສ້າງຊາດເລກທີ 033/ຄປຈ.ນສຊ,ລົງວັນທີ 19 ເມສາ 2017 ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕາມທິດ 3 ສ້າງຂອງແນວລາວສ້າງຊາດ 2017-2020 ເຫັນວ່າເມືອງປາກຊັນສາມາດຈັດຕັ້ງປະຕິບັດປະກາດຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 3 ຄັ້ງຄື: ຄັ້ງທີ່ 1 ໄດ້ 5 ບ້ານ ມີ 863 ຄອບຄົວ, ຄັ້ງທີ່ 2 ໄດ້ 26 ບ້ານ ມີ 3.234 ຄອບຄົວ ແລະ ຄັ້ງທີ 3 ໄດ້ 23 ບ້ານ ມີ 4.855 ຄອບຄົວ.

ດັ່ງນັ້ນຜ່ານການປະເມີນຕາມ 5 ມາດຖານຈຶ່ງສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງຈຳນວນ 54 ບ້ານເທົ່າກັບ 100%,ຈຶ່ງເຮັດໃຫ້ທົ່ວເມືອງປາກຊັນເປັນເມືອງສາມັກຄີປອງດອງເປັນເມືອງທີ່ 2 ຂອງແຂວງບໍລິຄຳໄຊ ທັດຈາກເມືອງທ່າພະບາດ.ພ້ອມນີ້ໃນພິທີຍັງໄດ້ມີການລັ່ນຄ້ອງ 9 ບາດ, ເປີດປ້າຍ ແລະ ປ່ອຍນົກ ເພື່ອເປັນສັນຍາລັກໃນການປະກາດເມືອງປາກຊັນເປັນເມືອງສາມັກຄີປອງດອງຢ່າງເປັນທາງການ.

ຂ່າວ;ພາບ: ຄຳຟອງ