ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈຳວັນທີ 22/08/2020 ລະບຸວ່າ:ຮ່ອງຄວາມກົດດັນອາກາດຕໍ່າຍັງພາດຜ່ານຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວ.
ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງປານກາງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ພ້ອມດຽວກັນ ລະດັບນໍ້າຊັນ ເຂດເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ເຊົ້າມື້ ແທກໄດ້ 7 ແມັດ 22 ຊັງຕີແມັດ (ເຂດລະວັງໄພແມ່ນ 7 ແມັດ), ຊຶ່ງລະດັບນໍ້າຍັງກາຍເຂດລະວັງໄພ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແມ່ນໍ້າສາຂານໍ້າຊັນ ໃຫ້ມີສະຕິຕໍ່ສະພາບນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ພະຍາກອນລະດັບນ້ຳຂອງ ແລະ ສາຂາແມ່ນ້ຳຂອງ ປະຈໍາວັນທີ 20 ສິງຫາ 2020
.
ສະພາບອາກາດຕົວຈິງ ປະຈຳວັນທີ 22 ສິງຫາ 2020 ໂດຍຝົນຕົກຫຼາຍທີ່ສຸດຢູ່ເມືອງດາກຈຶງ ແທກໄດ້75ມິນລີແມັດ, ຮອງມາແມ່ນເຊກອງ 36ມິນລິແມັດ, ໄຊຍະບູລີ 33 ມິນລິແມັດ
.
.
.