ກອງປະຊຸມ ພັດທະນາກີລາບານເຕະທົ່ວປະເທດ ປະຈໍາປີ 2020 ກັບ 5 ຈຸດປະສົງທີ່ໜ້າສົນໃຈ

160

ກອງປະຊຸມ ພັດທະນາກີລາບານເຕະທົ່ວປະເທດຂອງ ສຕລ ປະຈໍາປີ 2020 ໄຂຂຶ້ນຢ່າງເປັນທາງການໃນເວລາ 10:00 ໂມງຂອງວັນທີ 22 ສິງຫາ 2020 ທີ່ໂຮງແຮມ ລາວພລາຊາ ໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມພູ ພົງສາ ທີ່ປຶກສາຂອງ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະແນນ ແລະ ຕາງໜ້າສະຫະພັນບານເຕະຂອງແຕ່ລະແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ວິເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ການຈັດກອງຊຸມຄັ້ງນີ້ ກໍເປັນການແນະນໍາໜ້າວຽກຫຼັກໃຫ້ກັບ ສະຫະພັນບານເຕະແຕ່ລະແຂວງ ແລະ ແຜນການຕ່າງໆ ໂດຍຈຸດປະສົງຂອງກອງປະຊຸມມີດັ່ງນີ້:

1.ເສີມຂະຫຍາຍສາຍພົວພົນ ກັບ ສະຫະພັນບານເຕະບັນດາແຂວງ ແລະ ນະຄອນຫຼວງວຽງຈັນ
2.ເສີມຂະຫຍາຍຈໍານວນພົນເຂົ້າຮ່ວມກິດຈະກໍາບານເຕະໃຫ້ຫຼາຍຂຶ້ນໃນທົ່ວປະເທດ
3.ສ້າງອາຊີບ ແລະ ພັດທະນາ ບຸກຄະລະກອນກີລາບານເຕະ

4.ເສີມຂະຫຍາຍກິລາບານເຕະຂັ້ນພື້ນຖານ ໃນຊຸມຊົນ ແລະ ທ້ອງຖິ່ນ
5.ສ້າງກິລາບານເຕະໃຫ້ເປັນກິດຈະກໍາຍອດນິຍົມອັນດັບໜຶ່ງໃນ ສປປ ລາວ.
ສໍາລັບ ກອງປະຊຸມ ຈະໄດ້ລົງເລິກແຕ່ລະຂໍ້, ສະທະນາ ແລະ ວາງແຜນກຽມປະຕິບັດ ໂດຍວາລະກອງປະຊຸມຈະເລີ່ມແຕ່ເວລາ 10:00 ໂມງ ຈົນເຖິງເວລາ 15:30 ຈິ່ງຈົບພິທີ.