ຟັງຫຼືຍັງ? ເພງ ພາບຊ້ອນ(Dejavu) ຜົນງານຂອງ 3ໜຸ່ມ MAZ(ແມັສ)

154

ພາບຊ້ອນ (Dejavu) ເປັນອີກຜົນງານເພງຂອງຄົນລາວ ທີ່ມ່ວນ, ໜ້າຟັງ, ຕອກຢໍ້າຄວາມຮູ້ສຶກຂອງຄົນທີ່ລືມຄົນຮັກເກົ່າບໍ່ໄດ້ ຍັງຄົງຄິດຮອດຫາ ຈິນຕະນາການເຖິງພາບຄວາມຫຼັງຢູ່ຕະຫຼອດເວລາ, ເຊິ່ງເພງດັ່ງກ່າວເປັນຜົນງານຂອງ 3 ໜຸ່ມ ວົງ MAZ(ແມັສ) ທີ່ອາດີດໃນຊຸມປີ 90 ເຄີຍເປັນກຸ່ມສິນລະປິນຊາຍວົງ L.A.5 (ແອວເອຟາຍ) ນັ້ນເອງ, ເຊິ່ງຜູ້ຂຽນເຊື້ອວ່າແຟນເພງໃນຍຸກນັ້ນຈະຈື່ເຂົາເຈົ້າໄດ້ດີ ເຊິງສະມາຊິກໃນວົງລວມມີ ໜຸ່ມອາລີ້, ໜຸ່ມລິດ ແລະ ໜຸ່ມໄຊ.

ເພງນີ້ຖືກປ່ອຍອອກມາໃຫ້ແຟນເພງໄດ້ຮັບຟັງກັນຕັ້ງແຕ່ວັນທີ 10 ສິງຫາ 2020 ທີ່ຜ່ານມາ ເຊິ່ງມາຮອດປັດຈຸບັນເປັນເວລາເກືອບ 2ອາທິດແລ້ວ ແຕ່ເພງນີ້ຍັງໄດ້ຮັບຄວາມນິຍົມຕໍ່ເນື່ອງ ມີຍອດວິວເທິງຢູທູບແລ້ວ 26 ພັນກວ່າວິວ.

ແນວໃດກໍ່ຕາມ ໜຸ່ມອາລີ້ ໜຶ່ງໃນສະມາຊິກຂອງວົງແມສ ເຜີຍເຖິງທີ່ໄປທີ່ມາຂອງເພງນີ້ຕໍ່ທີມຂ່າວບັນເທີງຂອງພວກເຮົາວ່າ: ເພງ ພາບຊ້ອນ (Dejavu) ເປັນແນວເພງ Pop Electronic ໂດຍມີເນື້ອເພງ ແລະ ດົນຕີທີ່ທັນສະໄໝຂຶ້ນ ພິເສດດົນຕີແມ່ນໄດ້ Zamio.P ນັກຮ້ອງໄວໜຸ່ມແນວເພງແຣັບທີ່ກໍາລັງມາແຮງຂອງລາວອີກຄົນໜຶ່ງ ມາຄວບຄຸມການຜະລິດໃຫ້.

ດ້ານເນື້ອຫາຫາຂອງເພງທີ່ແມ່ນພັນລະນາເຖິງປະກົດການ ເດຈາວູ ເຊິ່ງຄໍານີ້ ມັນຄືການທີ່ຄົນຜູ້ໜຶ່ງເວລາເຮັດສິ່ງໃດໜຶ່ງ ລື ພົບກັບເຫດການໃດໜຶ່ງ ແລ້ວຈະຮູ້ສຶກວ່າຕົນເອງເຄີຍພົບກັບເຫດການນັ້ນມາແລ້ວ, ເຄີຍໄປມາແລ້ວ, ເຄີຍເຮັດ ຫຼື ປະຕິບັດມາແລ້ວ. ສ່ວນການນໍາຄໍາວ່າ ເດຈາວູ ມາເຂົ້າກັບເພງນີ້ແມ່ນເພື່ອພັນລະນາເຖິງພາບອາດີດໄດ້ຫວນກັບມາ ການເວລາບໍ່ສາມາດລົບເລືອນຂອງຊົງຈໍາຂອງຊາຍຄົນໜຶ່ງໄດ້ເລີຍ, ພາບຈໍາຄົນຮັກ ທຸກການກະທໍາທີ່ເຮັດຮ່ວມກັນ ຍັງຕິດຢູ່ໃນຫົວບໍ່ເຄີຍເລືອນລາງ ທັ້ງທີ່ພວກເຂົາທັງສອງອອກເດີນທາງໄປຄົນລະທາງແລ້ວ.