ກອງປະຊຸມລັດຖະບານຊີ້ນຳໃຫ້ ປັບປຸງບັນດານະໂຍບາຍສົ່ງເສີມ SMEs, ຊຸກຍູ້ການຊົມໃຊ້ພາຍໃນຫຼາຍຂຶ້ນ

152

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງຫາ 2020 ໄດ້ເປີດໃນຕອນເຊົ້າວັນທີ 20 ແລະ ປິດລົງໃນວັນທີ 21 ສິງຫາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ຫຼາຍເອກະສານສໍາຄັນ ເປັນຕົ້ນຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງກ່ຽວກັບສະພາບພົ້ນເດັ່ນພາຍໃນ, ຕ່າງ ປະເທດ ແລະ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19.


ຮັບຟັງລາຍງານຮ່າງນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການ ຈຸດປະສົງເພື່ອຜັນຂະຫຍາຍນະໂຍບາຍຂອງພັກ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກ່ຽວກັບການບໍລິການທາງດ້ານສະຫວັດດີການສັງຄົມ ໄດ້ຮັບການຍົກລະດັບ ແລະ ທຸກຄົນໄດ້ເຂົ້າເຖິງ ລວມທັງ ຄົນພິການ ດ້ວຍການໃຫ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດ, ເພື່ອເປັນການຜັນຂະຫຍາຍສົນທິສັນຍາສາກົນ ວ່າດ້ວຍສິດທິຂອງຄົນພິການ ທີ່ ສປປ ລາວ ເປັນພາຄີ ໃຫ້ເປັນພາກປະຕິບັດຕົວຈິງ ພ້ອມທັງ ເປັນບ່ອນອີງໃນການຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດ ເຂົ້າໃນການພັດທະນາວຽກງານຄົນພິການ.


ພ້ອມນີ້ກອງປະຊຸມ ຍັງໄດ້ເຫັນດີດ້ານຫລັກການຮັບຮອງເອົາ 3 ຮ່າງກົດໝາຍ ຄື: ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ, ຮ່າງກົດໝາຍ ວ່າດ້ວຍການສຶກສາຊັ້ນສູງ ແລະ ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ.
ແລະໃນຕອນທ້າຍ, ກອງປະຊຸມ ຍັງໄດ້ຊີ້ນຳໃຫ້ບັນດາຂະແໜງການ ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານໃນເດືອນກັນຍາ 2020 ເປັນຕົ້ນ:

ໃຫ້ເພີ່ມທະວີຈັດຕັ້ງປະຕິບັດມະຕິກົມການເມືອງກ່ຽວກັບວຽກງານຮັກສາຄວາມສະຫງົບໃນໄລຍະໃໝ່, ສືບຕໍ່ປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງໃຫ້ໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດລົງ ເທື່ອລະກ້າວ; ເພີ່ມທະວີຄວາມເຂັ້ມງວດຄຸ້ມຄອງການເຂົ້າ-ອອກປະເທດ, ຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ ບໍ່ຜ່ານດ່ານຊາຍແດນ ທັງເປັນການຮັບປະກັນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.


ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ 4 ເດືອນທ້າຍປີ 2020 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຫຼື ຍັບໃກ້ເຂົ້າແຜນຫຼາຍທີ່ສຸດ. ພ້ອມນີ້, ກໍ່ໃຫ້ສືບຕໍ່ປັບປຸງກົນໄກການເກັບລາຍຮັບງົບປະມານໃຫ້ເປັນທັນສະໄໝ ໃຫ້ສໍາເລັດໂດຍພື້ນຖານ ເພື່ອຮັບປະກັນການແກ້ໄຂບັນຫາຮົ່ວໄຫຼຂອງງົບປະມານ; ເອົາໃຈໃສ່ພິເສດຕໍ່ການຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ໃຫ້ໄດ້ທັນເວລາ.
ປັບປຸງບັນດານະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ນິຕິກໍາທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງຂະແໜງການ ເປັນຕົ້ນ: ການປັບປຸງອັດຕາດອກເບ້ຍເງິນກູ້, ເງື່ອນໄຂ ແລະ ຂອດຂັ້ນການເຂົ້າເຖິງກອງທຶນສົ່ງເສີມ SMEs ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາ ແລະ ວາງແຜນການຈັດຕັ້ງປະຕິບັດຊ່ວຍຜູ້ປະກອບການ ໃຫ້ດໍາເນີນທຸລະກິດຢ່າງມີຜົນກໍາໄລ ແລະ ເພື່ອຫຼີກເວັ້ນບໍ່ໃຫ້ຜູ້ປະກອບການລົ້ມລະລາຍ ແລະ ບໍ່ສາມາດຊໍາລະຕົ້ນທຶນ ແລະ ດອກເບ້ຍໄດ້.


ສືບຕໍ່ຈັດສັນການຊໍາລະໜີ້ສິນໂຄງການລົງທຶນຂອງລັດ ເພື່ອເປັນການຊ່ວຍໃຫ້ບໍລິສັດ ສາມາດດໍາເນີນກິດ ຈະການໄດ້ເປັນປົກກະຕິ, ພ້ອມທັງ ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນ ໂຄງການທາງລົດໄຟ ລາວ-ຈີນ, ທາງດ່ວນ, ໂຄງການພັດທະນາເສດຖະກິດຕາມແລວທາງລົດໄຟ ໃຫ້ສໍາເລັດຕາມແຜນທີ່ວາງໄວ້.

ພ້ອມດຽວກັນນັ້ນໃຫ້ຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສືບຕໍ່ຄົ້ນຄວ້າປຶກສາຫາລື ຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງພວກເຮົາໃນການຜະລິດເປັນສິນຄ້າ-ອຸປະໂພກ-ບໍລິໂພກ ເພື່ອສາມາດຕອບສະໜອງໃຫ້ພຽງພໍ ກັບຄວາມຕ້ອງການ ຂອງສັງຄົມ ດ້ວຍການຊຸກຍູ້ສົ່ງເສີມຂະບວນການປູກຝັງ, ລ້ຽງສັດ ຕິດພັນກັບການແປຮູບ ທີ່ມີຄຸນນະພາບ ເພື່ອເປັນສິນຄ້າສົ່ງອອກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດ ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.