ຂ່າວດີ! ມື້ນີ້ ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ໄດ້ອອກໂຮງໝໍແລ້ວ

101

ນັບວ່າເປັນຂ່າວດີທີ່ຫຼາຍທ່ານລໍຖ້າຟັງ ສໍາລັບຜູ້ຕິດເຊື້ອໂຄວິດ-19 ທັງ 3 ກໍລະນີຫຼ້າສຸດ ໂດຍແມ່ນກໍລະນີທີ 20,​21 ແລະ 22 ທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ, ເຊິ່ງມື້ນີ້ 21 ສິງຫາ 2020 ມີຂ່າວດີມາແຈ້ງຜູ້ຕິດເຊື້ອກໍລະນີທີ 20 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ ຫຼັງກວດຫາເຊື້ອຄືນເປັນລົບທັງ 2ຄັ້ງ ແຕ່ທັງນີ້ທັງນັ້ນຜູ້ກ່ຽວຍັງຕ້ອງໄດ້ເຂົ້າກັກບໍລິເວນໃຫ້ຄົບ 14ວັນແລ້ວກັບມາກວດຫາເຊື້ອຄືນອີກຄັ້ງ ຫາກບໍ່ພົບກໍ່ຈະໄດ້ອອກໄປໃຊ້ຊີວິດປົກກະຕິ.

https://scontent.fvte1-1.fna.fbcdn.net/v/t1.0-0/p640x640/116862470_1680529032099895_7264705622550572926_o.jpg?_nc_cat=100&_nc_sid=07e735&_nc_eui2=AeHRaVWT00L3KsYp5sAJVAOgHPAdDaC4iskc8B0NoLiKyQcZyk1YsLB_X0XKKmzVlil_gqj4KCLU2sHFenxoyJok&_nc_ohc=yeWq-eDEOtUAX_6ltOb&_nc_ht=scontent.fvte1-1.fna&_nc_tp=6&oh=d8cd2323c911ab6ba6c14f01b742cd35&oe=5F6370F5

ໃນວັນທີ 21 ສິງຫາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດດັ່ງກ່າວ ໂດຍການຖະແລງຂອອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ທ່ານ ດຣ ສະໜອງ ທອງຊະນະ ອໍານວຍກາຍໂຮງໝໍມິດຕະພາບ .

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ວ່າ: ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 20 ສິງຫາ 2020; ມີຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດເຂົ້າມາລາວ ມີທັງໝົດ 1.927 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 20 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 152 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 118 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 4 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 20 ມາກວດຄືນ 1 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 29 ຕົວຢ່າງ. ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 20 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສຳລັບຜູ້ຕິດເຊື້ອນ້ຳເບີ 20 ຜົນກວດ ແມ່ນບໍ່ພົບເຊື້ອ 2 ເທື່ອຕິດຕໍ່ກັນ; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 20 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 35.580 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ.

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັກຈຸບັນຜູ້ຕິດເຊື້ອນ້ຳເບີ 20 ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນ ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ; ສຳລັບ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນ້ຳເບີ 21 ແລະ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ດ້ານທ່ານ ດຣ ສະໜອງ ທອງຊະນະກ່າວວ່າ: ສໍາລັບຜູ້ຕິດເຊື້ອກໍລະນີທີ 20 ແມ່ນໄດ້ຮັບເຂົ້າມາປິ່ນປົວໃນວັນທີ 23 ກໍລະກົດ 2020 ມາຮອດປັດຈຸບັນເປັນເວລາ 29 ວັນພໍດີ, ໃນການປິ່ນປົວກໍ່ໄດ້ມີການຕິດຕາມກວດຫາເຊື້ອຄືນແຕ່ລະໄລຍະຫຼາຍຄັ້ງ ຈົນມາຮອດຄັ້ງຫຼ້າສຸດ ຄືກວດວັນທີ 20 ຫາ 21 ສິງຫາ ກວດຈໍານວນ 2ຄັ້ງຕິດຕໍ່ກັນ ແມ່ນບໍ່ພົບເຊື້ອແລ້ວ. ດັ່ງນັ້ນ ຈຶ່ງໃຫ້ຜູ້ກ່ຽວອອກໂຮງໝໍ ແຕ່ໃຫ້ໄປສືບຕໍກັກກັນຕົນເອງຢູ່ສູນຈໍາກັດບໍລິເວນທີ່ກໍານົດໄວ້ໃຫ້ຄົບ 14 ວັນ, ຫຼັງຈາກນັ້ນ ຈະກວດຄືນອີກເທື່ອໃໝ່ ຫາກຜູ້ກ່ຽວບໍ່ມີເຊື້ອແລ້ວ ກໍ່ຈະສາມາດກັບໄປດໍາເນີນຊີວິດແບບປົກະຕິທົ່ວໄປໄດ້.

ທ່ານກ່າວຕື່ມວ່າ: ຍັງມີຜູ້ຕິດເຊື້ອໂຄວິດ-19 ອີກ 2ຄົນທີ່ຮັບເຂົ້າປິ່ນປົວເມື່ອວັນທີ 13 ກໍລະກົດ 2020 ທີ່ຜ່ານມາ ກໍ່ຍັງຕ້ອງຕິດຕາມຕໍ່ໄປກ່ອນ ເຖິງແມ່ນວ່າເຂົາເຈົ້າບໍ່ມີອາການ ແຕ່ກໍ່ຈະມີຄວາມສ່ຽງໃນການແຜ່ເຊື້ອສູ່ຊຸມຊົນ ດັ່ງນັ້ນທີມແພດຈະຕິດຕາມປິ່ນປົວກວດຄືນຫາເຊື້ອຈົນກວ່າພວກກ່ຽວຈະບໍ່ມີເຊື້ອ ຫຼື ຜົນກວດເປັນລົບຈາກເຊື້ອໂຄວິດ-19.