ອົສຕຣາລີ ຈະສີດວັກແຊັງຕ້ານໂຄວິດໃຫ້ປະຊາຊົນ ບໍ່ເສຍຄ່າ

182

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 19 ສິງຫາຜ່ານມາວ່າ: ລັດຖະບານອົສ ຕຣາລີ ໄດ້ບັນລຸຂໍ້ຕົກລົງການເຂົ້າເຖິງວັກແຊັງຕ້ານໂຄວິດ – 19 ທີ່ຍັງຢູ່ໃນຂັ້ນຕອນການພັດທະນາຂອງ ບໍລິສັດ ແອັສຕຣາເຊເນກາ ລວມເຖິງວັກແຊັງທີ່ພັດທະນາ ໂດຍມະຫາວິທະຍາໄລອ໊ອກຟອດເປັນທີ່ຮຽບຮ້ອຍແລ້ວ, ຫາກການພັດທະນາວັກແຊັງດັ່ງກ່າວປະສົບຜົນສຳເລັດ ລັດຖະບານຈະສີດວັກແຊັງຕ້ານໂຄວິດ – 19 ໃຫ້ປະຊາຊົນທົ່ວປະເທດໂດຍບໍ່ເສຍຄ່າໃຊ້ຈ່າຍ.

ທ່ານ ສະກ໊ອດ ມໍຣິສັນ ນາຍົກລັດຖະມົນຕີອົສຕຣາລີ ກ່າວວ່າ: ຫາກການທົດລອງທາງຄລີນິກ ໄລຍະສຸດທ້າຍປະສົບຜົນສຳເລັດ ປະຊາຊົນທົ່ວປະເທດຈະສາມາດເຂົ້າເຖິງວັກແຊັງໂດຍບໍ່ເສຍຄ່າໃດໆ ພ້ອມລະບຸວ່າການສີດວັກແຊັງຕ້ານໂຄວິດ – 19 ນັ້ນຈະຕ້ອງໄດ້ບັງຄັບໃຫ້ປະຊາຊົນທຸກຄົນສີດຢ່າງເທົ່າທຽມກັນ.

ທັງນີ້, ປະເທດອົສຕຣາລີ ມີຜູ້ເສຍຊີວິດຈາກພະຍາດໂຄວິດ – 19 ແລ້ວ 450 ໂດຍສ່ວນໃຫຍ່ຢູ່ໃນລັດວິກຕໍເຣຍ ເຊິ່ງເປັນສູນກາງການແຜ່ລະບາດໃນອົສຕຣາລີ ເຊິ່ງປັດຈຸບັນຍັງມີຜູ້ຕິດເຊື້ອທີ່ກຳລັງປິ່ນປົວຢູ່ໂຮງໝໍປະມານ 7.000 ກວ່າຄົນ.