ຫາລືກຽມຂໍ້ມູນໃຫ້ກອງປະຊຸມກະກຽມການເຈລະຈາ ຄັ້ງທີ 4 ການຄ້າໄມ້ແບບສະໝັກໃຈ ລະຫວ່າງລັດຖະບານລາວ ກັບ ສະຫະພາບເອີຣົບ

147
Group photo

ເມື່ອບໍ່ດົນມານີ້ ທີ່ທ່າລາດແຂວງວຽງຈັນ, ອົງການຈັດຕັ້ງທາງສັງຄົມລາວ ( CSOs ) ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຫຼື Lao CSO FLEGT ໄດ້ຈັດກອງປະຊຸມດ້ານວິຊາການເພື່ອທົບທວນຜົນໄດ້ຮັບຂອງການມີສ່ວນຮ່ວມຂອງເຄືອຂ່າຍອົງການຈັດຕັ້ງທາງສັງຄົມລາວ ( Lao CSO FLEGT Network ) ໃນຂະບວນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ( FELGT VPA ) ໂດຍການເປັນປະທານຂອງ ທ່ານ ບຸນເກື້ອ ວົງສາລາດ ຄະນະກຳມະການເຄືອຂ່າຍ ( Lao CSO FLEGT Network ) .

ກອງປະຊຸມມີຂຶ້ນເພື່ອກະກຽມສະໜັບສະໜູນກອງປະຊຸມເຈລະຈາ ຄັ້ງທີ 4 ຂອງແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ລະຫວ່າງລັດຖະບານລາວ ແລະ ສະຫະພາບເອີຣົບ ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາ 2020 ນີ້, ພາຍໃຕ້ການດຳເນີນງານຂອງໂຄງການ V4MF ໂດຍຮ່ວມມືກັບ FERN ແລະ ສະໜັບສະໜູນທຶນ ໂດຍສະຫະພາບເອີຣົບ ( EU ).

ຕາງໜ້າຈາກອົງການຈັດຕັ້ງທາງສັງຄົມ ຈຳນວນ 23 ທ່ານ ( ຍິງ 10 ທ່ານ ) ໄດ້ຮັບຮູ້ ແລະ ເຂົ້າໃຈຜົນໄດ້ຮັບຂອງການເຂົ້າຮ່ວມຂະບວນການ FLEGT VPA ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເຮັດວຽກຂອງຄະນະວິຊາການ ( Technical Working Group ) ເພື່ອສະໜັບສະໜູນໃນກອງປະຊຸມກະກຽມການເຈລະຈາ ແຕ່ລະຄັ້ງຂອງລັດຖະບານຮ່ວມກັບສະຫະພາບເອີຣົບ. ລວມທັງບັນດາສິ່ງທ້າທາຍໃນການປະກອບຄຳເຫັນຕໍ່ຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ( TLD ) ແຕ່ TLD1 – TLD8.

ກອງປະຊຸມໄດ້ມີການນຳສະເໜີຜົນໄດ້ຮັບຈາກການຈັດກອງປະຊຸມຂອງລັດຖະບານໃນໄລຍະຜ່ານມາ, ການທົບທວນ ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມໃນຫົວຂໍ້ຄວາມເຂົ້າໃຈກ່ຽວກັບ FLEGT VPA ໝາຍຄວາມວ່າແນວໃດໃນພາສາລາວ, ອົງປະກອບທັງໝົດ TLAS ມີ 5 ອົງປະກອບ: TLD1 – TLD8 ( ປ່າຜະລິດ, ປ່າຫັນປ່ຽນ, ປ່າປູກ, ປ່າຊົມໃຊ້ຂອງບ້ານ, ໄມ້ຮິບ, ໄມ້ນຳເຂົ້າ, ແຮງງານໃນໂຮງງານປຸງແຕ່ງໄມ້, ຕ່ອງໂສ້ການສະໜອງໄມ້, ການຢັ້ງຢືນຄວາມຖືກຕ້ອງຂອງ (1) ແລະ (2), ໄດ້ຮັບໃບອະນຸຍາດ, ການກວດສອບອິດສະຫຼະ ).

ຜູ້ເຂົ້າຮ່ວມໄດ້ມີການສົນທະນາຢ່າງຂຸ້ນຂ້ຽວ ເພື່ອກັ່ນຕອງເອົາຄວາມຄິດເຫັນປະກອບຄຳສະເໜີເຂົ້າໃນການຮ່າງ TLD2-TLD5 ໂດຍອີງໃສ່ອົງປະກອບຕ່າງໆ ຄື: ມາດຕະການ, ຫຼັກຖານ, ຕົວຊີ້ບອກ ແລະ ຕົວຢັ້ງຢືນ ແລະ ອີງໃສ່ບັນດາຄຳຖາມຈາກສະຫະພາບເອີຣົບ ( EU ) ໂດຍສ່ວນໃຫຍ່ແມ່ນເຫັນດີຕາມຄຳເຫັນຄັ້ງກ່ອນແຕ່ມີບາງຄຳເຫັນທີ່ແຕ່ລະກຸ່ມປະກອບເຂົ້າເພີ່ມຕື່ມຄື:

TLD3 ( ປ່າປູກ ): ເອກະສານຂັ້ນຕອນ ແລະ ລາຍລະອຽດການຂຶ້ນທະບຽນປ່າປູກທີ່ມີຂະໜາດໃຫຍ່ ( ກຳນົດໄວ້ໃນລະບຽບການຕ່າງຫາກ ) ນັ້ນຍັງບໍ່ທັນເຫັນເອກະສານດັ່ງກ່າວ.

TLD4 ( ປ່າໄມ້ຊົມໃຊ້ຂອງບ້ານ ): ໃຫ້ມີການອອກໃບຢັ້ງຢືນຂອບທອງໃຫ້ປ່າໄມ້ລວມຂອງບ້ານ, ການຂາຍໄມ້ຈາກປ່າຊົມໃຊ້ຂອງບ້ານສະເໜີໃຫ້ມອບລາຍໄດ້ໃຫ້ບ້ານ 100%.

ຫຼັງຈາກກອງປະຊຸມຄັ້ງນີ້ສິ້ນສຸດລົງ, ກອງເລຂາ ( ສະມາຄົມຊີວະນາໆພັນລາວ – LBA ) ຈະມີການສັງລວມຂໍ້ມູນໃຫ້ແກ່ທີມງານເຈລະຈາ ແລະ ວິຊາການບາງທ່ານ ເພື່ອເຂົ້າຮ່ວມກອງປະຊຸມຮ່ວມກັບລັດຖະບານທີ່ຈະມາເຖິງໃນທ້າຍເດືອນນີ້.