6 ເດືອນຕົ້ນປີ ມີຄົນເຈັບມາປິ່ນປົວຢູ່ໂຮງໝໍແຂວງສາລະວັນ 38 ພັນຄົນ

194

ໃນໄລຍະ 6 ເດືອນຕົ້ນປີ 2020 ໂຮງໝໍແຂວງສາລະວັນມີຄົນເຈັບເຂົ້າຮັບການປິ່ນປົວ 38 ພັນເທື່ອຄົນ. ໃນນັ້ນ, ນອນໂຮງໝໍ 5 ພັນຄົນ ເສຍຊີວິດ 53 ຄົນ.

ໃນວັນທີ 19 ສິງຫາ 2020 ນີ້ ໂຮງໝໍແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ຂຶ້ນທີ່ຫ້ອງປະຊຸມໂຮງໝໍແຂວງ ໂດຍການເປັນປະທານຂອງ ທ່ານ ດຣ. ວັນທອງ ບຸນວິໄລ ຜູ້ອຳນວຍການໂຮງໝໍແຂວງສາລະວັນ.

ທ່ານ ດຣ. ສົມໝາຍ ແກ້ວມະນີ ຮອງຜູ້ອຳນວຍການໂຮງໝໍແຂວງ ກ່າວວ່າ: ໂຮງໝໍແຂວງໄດ້ສ້າງຕັ້ງຂຶ້ນໃນປີ 1980 ປະກອບມີ 100 ຕຽງ, ມີ 9 ຕຶກນອນປິ່ນປົວ ຄື: ພາຍໃນ 1, ພາຍໃນ 2, ວັນນະໂລກ, ພາຍນອກ, ອອກລູກພະຍາດຍິງ, ຕຶກເດັກ, ມໍລະສຸມ, ກາຍະບຳບັດ, ຕຶກແຍກປ່ຽວໂຄວິດ – 19 ແລະ ໜ່ວຍງານອື່ນໆ, ມີພະນັກງານທັງໝົດ 193 ຄົນ, ພະນັງານສົມບູນມີ 124 ຄົນ ແລະ ອາສາສະໝັກ 69 ຕົນ.

ໃນ 6 ເດືອນຕົ້ນປີມີຄົນເຈັບເຂົ້າມາປິ່ນປົວ ແລະ ກວດ ຄື: ກວດກເຂດນອກ ມີ 38 ພັນກວ່າເທື່ອຄົນ, ມີຄົນເຈັບນອນໂຮງໝໍ 5 ພັນກວ່າເທື່ອຄົນ, ປິ່ນປົວດີ 4 ພັນກວ່າເທື່ອຄົນ, ຍັງປິ່ນປົວ 264 ເທື່ອຄົນ, ສົ່ງຕໍ່ຕ່າງແຂວງ 150 ເທື່ອຄົນ, ສົ່ງຕໍ່ຕ່າງປະເທດ 2 ເທື່ອຄົນ ແລະ ເສຍຊີວິດ 53 ຄົນ.

ພະຍາດສ່ວນໃຫຍ່ທີ່ກວດພົບແມ່ນອັກເສບຄໍ, ອັກເສບປອດ, ໄຂ້ຫວັດ, ຖອກທ້ອງ, ກະເພາະອັກເສບ ແລະ ອື່ນໆ.

ສ່ວນທິດທາງຕໍ່ໜ້າແມ່ນຈະສ້າງໂຮງໝໍແຂວງໃຫ້ກາຍເປັນໂຮງໝໍທີ່ເຂັ້ມແຂງໃນການບໍລິຫານຄຸ້ມຄອງ, ການບໍລິການທາງດ້ານການແພດ, ມີຄຸນນະພາບ, ສະເໝີພາບ ແລະ ຍຸຕິທຳ, ຮັບປະກັນຄຸນນະພາບການບໍລິການໃຫ້ໄດ້ຕາມນະໂຍບາຍ 5 ດີ, 1 ພໍໃຈຂອງກະຊວງສາທາລະນະສຸກໃຫ້ດີຂຶ້ນເທື່ອລະກ້າວ; ພ້ອມທັງຫຼຸດຜ່ອນອັດຕາການຕາຍໃນໂຮງໝໍໃຫ້ຕໍ່າກວ່າ 0,1% ແລະ ການໃຊ້ຢາສົມເຫດສົມຜົນໃຫ້ສູງກວ່າ 85%.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]