ອາຊຽນ ທົບທວນຄືນວຽກງານ ລຶບລ້າງຄວາມທຸກຍາກ

216

ກອງປະຊຸມສະໄໝພິເສດທາງໄກຂອງລັດຖະມົນຕີກະສິກໍາອາຊຽນ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໄດ້ຫາລືພາຍໃຕ້ຫົວຂໍ້ ການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມຕ້ານທານໃນການສ້າງ ແລະ ຟື້ນຟູແຜນພັດທະນາ ພາຍຫຼັງການລະບາດຂອງພະຍາດໂຄວິດ – 19 ຈັດຂຶ້ນຕອນບ່າຍວັນທີ 19 ສິງຫາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ອັງທູ ລັດຖະມົນຕີກະຊວງກະສິກໍາ, ລ້ຽງສັດ ແລະ ຊົນລະປະທານຂອງມຽນມາ ແລະ ການເຂົ້າຮ່ວມຂອງ ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ລັດຖະມົນຕີກະຊວງກະສິກໍາ ຈາກ 10 ປະເທດສະມາຊິກອາຊຽນ.

ທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີຄໍາເຫັນໃນກອງປະຊຸມ ວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນໃນໄລຍະທີ່ຫຼາຍປະເທດສະມາຊິກອາຊຽນ ກໍາລັງປະເຊີນກັບສິ່ງທ້າທາຍຈາກການລະບາດຂອງພະຍາດໂຄວິດ – 19 ເຊິ່ງສົ່ງຜົນກະທົບຕໍ່ຫຼາຍໆດ້ານໃນການຜະລິດເປັນສິນຄ້າ ກໍຄືແຜນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ສະນັ້ນ, ກອງປະຊຸມໃນເທື່ອນີ້ຜູ້ເຂົ້າຮ່ວມຕ້ອງສົນທະນາກັນຢ່າງກົງໄປກົງ ແລະ ທົບທວນຄືນຫຼາຍໆບັນຫາທີ່ກ່ຽວຂ້ອງກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະແຕ່ປີ 2016 ຫາ 2020 ແລະ ແຜນວຽກທີ່ກ່ຽວຂ້ອງກັບອາຊຽນ ລວມທັງຄູ່ຮ່ວມມືຕ່າງໆຂອງອາຊຽນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ລິນຄໍາ ດວງສະຫວັນ ເຊື່ອໝັ້ນວ່າ: ກອງປະຊຸມຄັ້ງນີ້ຍັງເປັນໂອກາດດີໃຫ້ແກ່ປະເທດສະມາຊິກອາຊຽນໃນການກ້າວໄປຂ້າງໜ້າ ໂດຍສະເພາະການສ້າງໂຄງການຫຼາຍຝ່າຍ ກ່ຽວກັບການຟື້ນຟູເສດຖະກິດໃນຊົນນະບົດ, ການສົ່ງເສີມທີ່ມີປະສິດທິຜົນສໍາລັບການຫຼຸດຜ່ອນຄວາມທຸກຍາກເຊິ່ງກັນ ແລະ ກັນ ທີ່ສອດຄ່ອງກັບການຈັດຕັ້ງປະຕິບັດ SDG 1 ຮອດປີ 2030 ຂອງກອງປະຊຸມສະຫະປະຊາຊາດໄດ້ກໍານົດອອກ ໂດຍສອດຄ່ອງກັບແຜນປະຕິບັດງານຂອງອາຊຽນໃນປີ 2025 ລວມທັງແຜນການຂອງອາຊຽນ ເພື່ອຫຼຸດຜ່ອນຊ່ອງວ່າງຂອງການພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ, ຕະຫຼອດເຖິງຄູ່ຮ່ວມງານພາຍນອກ ເພື່ອສະໜັບສະໜູນກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບການລຶບລ້າງຄວາມທຸກຍາກ, ການສ້າງພື້ນຖານໂຄງລ່າງ ລວມທັງການເຊື່ອມຕໍ່ໃນບັນດາປະເທດສະມາຊິກອາຊຽນໃໝ່ ຄື: ກໍາປູເຈຍ, ລາວ, ມຽນມາ ແລະ ຫຽດນາມ ຫຼື CLMV ລວມທັງວຽກງານອື່ນໆອີກ.

[ ໂດຍ: ສົມລົດ ] ( ທີ່ມາ: ວິທະຍຸແຫ່ງຊາດ)